(VOVWORLD) - ວັນທີ 24 ມີນາ, ທ່ານ Jared Isaacman ຜູ້ອຳນວຍການອົງການການບິນອາວະກາດ ອາເມລິກາ (NASA) ໃຫ້ຮູ້ວ່າ ອົງການນີ້ ມີແຜນການຢຸດຕິຊົ່ວຄາວໂຄງການ Gateway ທີ່ເຄີຍແນໃສ່ສ້າງສະຖານີອາວະກາດໃນວົງໂຄຈອນດວງຈັນ ແລະ ແທນທີ່ນັ້ນແມ່ນຈະສຸມໃສ່ສ້າງ “ຖານທີ່ໝັ້ນ” ໃນໜ້າດວງຈັນ.
ຕາມທ່ານ Jared Isaacman ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງກ່ຽວກັບອຸປະກອນກໍຕາມ, ແຕ່ NASA ຈະນຳໃຊ້ຄືນບັນດາອຸປະກອນທີ່ເໝາະສົມ ແລະ ຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືສາກົນໃຫ້ການໜູນຊ່ວຍເພື່ອບັນລຸໄດ້ບັນດາເປົ້າໝາຍນີ້. ອົງການອາວະກາດເອີຣົບ (ESA) ພ້ອມກັບບັນດາອົງການຈັດຕັ້ງສາກົນອື່ນ ແມ່ນບັນດາຄູ່ຮ່ວມມືໃນໂຄງການ Gateway.
NASA ຍົກອອກແຈ້ງການດັ່ງກ່າວ ພາຍຫຼັງທີ່ປ່ຽນແປງໂຄງການພະຈົນໄພ ດວງຈັນ Artemis ທີ່ເຄີຍແນໃສ່ສົ່ງຄົນ ອາເມລິກາ ກັບຄືນສູ່ດວງຈັນ ແລະ ສ້າງການມີໜ້າຍາວນານຢູ່ຫັ້ນ.