ຫວຽດນາມ ແລະ ລັດເຊຍ ຊຸກຍູ້ບັນດາໂຄງການອາຍແກັດ LNG
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງ Novatek ເປັນເຈົ້າການແລກປ່ຽນ, ຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ເຊື່ອໝັ້ນຕໍ່ຄວາມເໝາະສົມໃນການກຳນົດທິດພັດທະນາຈະສ້າງຜົນກະທົບ, ປະສິດທິຜົນໃຫ້ແກ່ທັງສອງຝ່າຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບກຸ່ມບໍລິສັດ Novatek (ພາບ: VOV) |
ໃນການເດີນທາງຢ້ຽມຢາມ ສະຫະພັນ ລັດເຊຍຢ່າງເປັນທາງການ, ຕອນເຊົ້າວັນທີ 23 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດ Novatek, ກຸ່ມບໍລິສັດແຖວໜ້າຂອງ ລັດເຊຍ ແລະ ໂລກໃນຂົງເຂດອາຍແກັດທຳມະຊາດເພື່ອຊຸກຍູ້ບັນດາໂຄງການອາດແກັດແຫຼວ (LNG) ໃຫຍ່ທີ່ສຸດຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງ Novatek ເປັນເຈົ້າການແລກປ່ຽນ, ຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ເຊື່ອໝັ້ນຕໍ່ຄວາມເໝາະສົມໃນການກຳນົດທິດພັດທະນາຈະສ້າງຜົນກະທົບ, ປະສິດທິຜົນໃຫ້ແກ່ທັງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ສະເໜີ Novatek ປະສານສົມທົບກັບບັນດາທ້ອງຖິ່ນ, ອົງການ ແລະ ລັດວິສາຫະກິດຢ່າງແໜ້ນແຟ້ນໃນຂົງເຂດພະລັງງານ, ນ້ຳມັນອາຍແກັດ ຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ເພີ່ມທະວີການຮ່ວມມືກັບ Novatek ກ່ຽວກັບເຕັກໂນໂລຢີ ຫັນອາຍແກັດທຳມະຊາດເປັນທາດແຫຼວ.
ສ່ວນການນຳ Novatek ສະແດງຄວາມເຫັນດີຢູ່ລະດັບສູງ ແລະ ໃຫ້ຮູ້ວ່າຈະຕັ້ງໜ້າແລກປ່ຽນກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືເຊິ່ງທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄຳເຫັນສະເໜີ.
ໃນການປະຕິບັດງານຢູ່ ສະຫະພັນ ລັດເຊຍຢູ່ນະຄອນຫຼວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວາລີ ປະທານໂຮ່ຈີມິນ.