ປະທານາບໍດີ ອາເມລິກາ ຢັ້ງຢືນຄືນເລື່ອງ ອາເມລິກາ - ອີຣານ ພວມເຈລະຈາ. ອົງການ IAEA ຮຽກຮ້ອງບໍ່ໃຫ້ບຸກໂຈມຕີເຂົ້າໂຮງງານໄຟຟ້ານິວເຄຼຍ ອີຣານ
(VOVWORLD) - ວັນທີ 24 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ວໍຊິງຕັນ ແລະ ເຕເຮຣານ “ພວມເຈລະຈາໃນຕອນນີ້”, ເຮັດໃຫ້ໄດ້ສ້າງຄວາມຫວັງກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ, ເຖິງວ່າ ອີຣານ ສືບຕໍ່ປະຕິເສດເລື່ອງດຳເນີນການເຈລະຈາແບບເຊິ່ງໜ້າກັບ ອາເມລິກາ.
ເມື່ອກ່າວຄຳເຫັນຢູ່ຫ້ອງເຮັດວຽກຮູບໄຂ່, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ການຕັດສິນໃຫ້ໂຈະຊົ່ວຄາວບັນດາເຫດບຸກໂຈມຕີເຂົ້າພື້ນຖານໂຄງລ່າງພະລັງງານຂອງ ອີຣານ ແມ່ນເລີ່ມມາຈາກຄວາມຄືບໜ້າທາງການທູດ. ທ່ານໃຫ້ຮູ້ວ່າ, ບັນດາຮອບເຈລະຈາພວມດຳເນີນໂດຍມີການເຂົ້າຮ່ວມຂອງທ່ານ JD Vance ຮອງປະທານາທິບໍດີ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ພ້ອມດ້ວຍທູດພິເສດສອງທ່ານ ຄືທ່ານ Steve Witkoff ແລະ Jared Kushner.
ທ່ານປະທານາທິບໍດີ ອາເມລິກາ ເປີດເຜີຍວ່າ ອີຣານ ໄດ້ຍົກອອກເງື່ອນໄຂ “ປະນິປະນອມໃຫຍ່” ກ່ຽວຂ້ອງເຖິງຂົງເຂດພະລັງງານ, ຖືນີ້ແມ່ນສັນຍານອັນຕັ້ງໜ້າໃນສະພາບການສອງຝ່າຍທີ່ພວມຊຸກຍູ້ບັນດາຄວາມມານະພະຍາຍາມເຈລະຈາເພື່ອແນໃສ່ຢຸດຕິການປະທະກັນ.
ໃນຂະນະນັ້ນ, ສື່ມວນຊົນ ອາເມລິກາ ໃຫ້ຮູ້ວ່າ ບັນດາການນຳໃນພາກພື້ນພວມເຂົ້າຮ່ວມບັນດາຄວາມມານະພະຍາຍາມທາງການທູດຢູ່ເບື້ອງຫຼັງ ເພື່ອແນໃສ່ຢຸດຕິການປະທະກັນ.
ໃນເຫດການອື່ນ, ຕອນຄ່ຳຄືນວັນທີ 24 ມີນາ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ອອກຄຳຮຽກຮ້ອງສຸກເສີນ, ເລັ່ງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຫຼີກລ້ຽງການກໍ່ຄວາມອັນຕະລາຍໃຫ້ແກ່ບັນດາຮາກຖານນິວເຄຼຍ.
ນັກຂ່າວ VOV ປະຈຳ ອີຢິບ, ອາເມລິກາ