ປະທານາທິບໍດີBasha Al Assad ມີຄວາມປະເອີບໃຈຕໍ່ແງ່ຫວັງການເຈລະຈາສັນຕິພາບຢູ່ຊີຣີ
ທ່ານປະທານາທິບໍດີ ຊີຣີ Bashar Al Assad
(ພາບ:AFP/TTXVN)
|
(vovworld) - ວັນທີ 8/1, ກ່າວຄຳເຫັນກັບຄະນະສະມາຊິກສະພາແຫ່ງຊາດ ຝຣັ່ງ, ທ່ານປະທານາທິບໍດີ ຊີຣີ Bashar Al Assad ໄດ້ຢັ້ງຢືນວ່າ ທ່ານມີຄວາມປະເອີບໃຈຕໍ່ການເຈລະຈາສັນຕິພາບຄັ້ງໃຫມ່ ທີ່ຄາດຄະເນວ່າຈະດຳເນີນໃນທ້າຍເດືອນນີ້ຢູ່ນະຄອນຫຼວງ ອາດຕານາ, ປະເທດ ກາຢັກສະຖານ.
ສະມາຊິກຜູ້ໜຶ່ງຂອງຄະນະສະມາຊິກສະພາແຫ່ງຊາດ ຝຣັ່ງ ທີ່ພວມຢູ່ຢ້ຽມຢາມ ຊີຣີ, ທ່ານ Thierry Mariani, ໃຫ້ຮູ້ວ່າທ່ານປະທານາທິບໍດີ Bashar Al Assad ກໍ່ໄດ້ຖະແຫຼງວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາກັບກຸ່ມທະຫານແຕກທັບເກືອບ 100 ກຸ່ມຕ້ານຄືນອຳນາດການປົກຄອງ Damascus, ເວັ້ນເສຍແຕ່ບັນດາອົງການສົງຄາມເພື່ອສາສະໜາ. ທ່ານ Thierry Mariani ກໍ່ໃສ່ໃຈວ່າ ການນຳ ຊີຣີ ໄດ້ປະຕິເສດຄຳກ່າວຫາກຳລັງນີ້ໄດ້ກໍ່ໂທດກຳສົງຄາມ.