ປະ​ທາ​ນາ​ບໍ​ດີ ອາ​ເມ​ລິ​ກາ ຢັ້ງ​ຢືນ​ຄືນ​ເລື່ອງ ອາ​ເມ​ລິ​ກາ - ອີ​ຣານ ພວມ​ເຈ​ລະ​ຈາ. ອົງ​ການ IAEA ຮຽກ​ຮ້ອງ​ບໍ່ໃຫ້​ບຸກ​ໂຈມ​ຕີ​ເຂົ້າ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ອີ​ຣານ

(VOVWORLD) -    ວັນທີ 24 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໃຫ້ຮູ້ວ່າ ວໍຊິງຕັນ ແລະ ເຕເຮຣານ “ພວມເຈລະຈາໃນຕອນນີ້”, ເຮັດໃຫ້ໄດ້ສ້າງຄວາມຫວັງກ່ຽວກັບຄວາມອາດສາມາດບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນ, ເຖິງວ່າ ອີຣານ ສືບຕໍ່ປະຕິເສດເລື່ອງດຳເນີນການເຈລະຈາແບບເຊິ່ງໜ້າກັບ ອາເມລິກາ.

ເມື່ອກ່າວຄຳເຫັນຢູ່ຫ້ອງເຮັດວຽກຮູບໄຂ່, ທ່ານ Donald Trump  ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ການຕັດສິນໃຫ້ໂຈະຊົ່ວຄາວບັນດາເຫດບຸກໂຈມຕີເຂົ້າພື້ນຖານໂຄງລ່າງພະລັງງານຂອງ ອີຣານ ແມ່ນເລີ່ມມາຈາກຄວາມຄືບໜ້າທາງການທູດ. ທ່ານໃຫ້ຮູ້ວ່າ, ບັນດາຮອບເຈລະຈາພວມດຳເນີນໂດຍມີການເຂົ້າຮ່ວມຂອງທ່ານ JD Vance ຮອງປະທານາທິບໍດີ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ພ້ອມດ້ວຍທູດພິເສດສອງທ່ານ ຄືທ່ານ Steve Witkoff ແລະ Jared Kushner.

        ທ່ານປະທານາທິບໍດີ ອາເມລິກາ ເປີດເຜີຍວ່າ ອີຣານ ໄດ້ຍົກອອກເງື່ອນໄຂ “ປະນິປະນອມໃຫຍ່” ກ່ຽວຂ້ອງເຖິງຂົງເຂດພະລັງງານ, ຖືນີ້ແມ່ນສັນຍານອັນຕັ້ງໜ້າໃນສະພາບການສອງຝ່າຍທີ່ພວມຊຸກຍູ້ບັນດາຄວາມມານະພະຍາຍາມເຈລະຈາເພື່ອແນໃສ່ຢຸດຕິການປະທະກັນ.

        ໃນຂະນະນັ້ນ, ສື່ມວນຊົນ ອາເມລິກາ ໃຫ້ຮູ້ວ່າ ບັນດາການນຳໃນພາກພື້ນພວມເຂົ້າຮ່ວມບັນດາຄວາມມານະພະຍາຍາມທາງການທູດຢູ່ເບື້ອງຫຼັງ ເພື່ອແນໃສ່ຢຸດຕິການປະທະກັນ.

        ໃນເຫດການອື່ນ, ຕອນຄ່ຳຄືນວັນທີ 24 ມີນາ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ອອກຄຳຮຽກຮ້ອງສຸກເສີນ, ເລັ່ງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຫຼີກລ້ຽງການກໍ່ຄວາມອັນຕະລາຍໃຫ້ແກ່ບັນດາຮາກຖານນິວເຄຼຍ.

ນັກຂ່າວ VOV ປະຈຳ ອີຢິບ, ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ