ປະ​ທາ​ນາ​ທິ​ບໍ​ດີ Donald Trump ສະ​ເໜີ​ແຜນ​ການ​ສັນ​ຕິ​ພາບ 15 ຂໍ້​ກັບ ອີ​ຣານ

(VOVWORLD) - ວັນທີ 24 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສົ່ງຂໍ້ສະເໜີສັນຕິພາບໄປຍັງ ອີຣານ ແລະ ສະແດງຄວາມຫວັງກ່ຽວກັບຄວາມອາດສາມາດຢຸດຕິການປະທະກັນທີ່ແກ່ຍາວເກືອບ 1 ເດືອນຜ່ານມາ. ການກະທຳດັ່ງກ່າວໄດ້ດຳເນີນໃນຈຸດເວລາ ອີຣານ ປະກາດເປີດປະຕູຊ່ອງແຄບທະເລ Hormuz ໃຫ້ແກ່ທຸກຝ່າຍ ແລະ ກ່ຳປັ່ນລຳຕ່າງໆ, ຍົກເວັ້ນບັນດາປະເທດທີ່ພວມມີການປະທະກັນກັບປະເທດນີ້.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ພວມດຳເນີນການເຈລະຈາປະນິປະນອມກັບ ອີຣານ, ເຖິງວ່າປະເທດນີ້ຍັງບໍ່ທັນຢັ້ງຢືນບໍ່ວ່າການສົນທະນາທີ່ເປັນທາງການໃດ. ທ່ານ Trump  ເຜີຍໃຫ້ຮູ້ວ່າ ອີຣານ ໄດ້ຝາກ “ຂອງຂວັນທີ່ມີມູນຄ່າໃຫຍ່ຫຼວງ”, ນັ້ນແມ່ນການຜ່ອນຜັນການປິດຊ່ອງແຄບທະເລ Hormuz, ປະຕູຂອງ 1/5 ປະລິມານນ້ຳມັນບໍ່ຂອງໂລກ.

        ແຜນການສັນຕິພາບ 15 ຂໍ້ຂອງທ່ານ Trump ໄດ້ສົ່ງຜ່ານ ປາກິດສະຖານ - ປະເທດເປັນກາງ, ໂດຍໄດ້ເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດວ່າ ອີຣານ ບໍ່ໄດ້ກຳມະສິດອາວຸດນິວເຄຼຍ. ຊ່ອງໂທລະພາບ Channel 12 ຂອງ ອິດສະຣາແອັນ ໃຫ້ຮູ້ວ່າ ທ່ານ Trump  ສະເໜີຄຳສັ່ງຢຸດຍິງໜຶ່ງທີ່ແກ່ຍາວ 1 ເດືອນ ເພື່ອໃຫ້ສອງຝ່າຍປຶກສາຫາລືກ່ຽວກັບເລື່ອງ ອີຣານ ຈະມອບປະລິມານ uranium ທີ່ໄດ້ຜ່ານການເສີມທາດແລ້ວ ແລະ ຢຸດຕິທຸກການກະທຳເສີມທາດນິວເຄຼຍອີກຕໍ່ໄປ. ໂດຍແລກກັບເລື່ອງ, ອາເມລິກາ  ອາດຈະຍົກເລີກທຸກຄຳສັ່ງລົງໂທດ ແລະ ໜູນຊ່ວຍ ອີຣານ ພັດທະນາພະລັງງານນິວເຄຼຍພົນລະເຮືອນຢູ່ໂຮງງານ Bushehr  ຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ