ປະທານແນວໂຮມປະເທດຊາດນະຄອນຮ່າໂນ້ຍຢ້ຽມຢາມແລະເຮັດວຽກຢູ່ອົດສະຕາລີ
ຄະນະຜູ້ແທນໄດ້ໄປຢ້ຽມຢາມ, ເຮັດວຽກກັບ
ສະຖານທູດຫວຽດນາມ ປະຈຳອົດສະຕາລີ
(ພາບ: baomoi.com)
(vovworld) – ຄະນະຜູ້ແທນຂັ້ນສູງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ໂດຍທ່ານ ວູຮົ່ງແຂງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ເປັນຫົວໜ້າຄະນະ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕາລີ ໃນລະຫວ່າງວັນທີ 02 – 09/09. ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕາລີ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ, ເຮັດວຽກກັບສະຖານທູດຫວຽດນາມ ປະຈຳອົດສະຕາລີ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Sydney, ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ Sydney ແລະ ສະມາຄົມນັກທຸລະກິດຫວຽດນາມ ຢູ່ອົດສະຕາລີ. ໃນບັນດາການເຮັດວຽກ, ທ່ານ ວູຮົ່ງແຂງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງຫຼວງນະຄອນຮ່າໂນ້ຍ ແລະ ສະແດງຄວາມປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ແບ່ງປັນ, ເອົາໃຈໃສ່, ລົງທຶນ, ປະກອບສ່ວນເຂົ້າໃນການພັດທະນາຂອງຮ່າໂນ້ຍ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.