ປາແລດສະຕີນຮ້ອງຟ້ອງອິດສະຣາແອນຂຶ້ນສານອາຍາສາກົນຢ່າງເປັນທາງການ

ສະພາບການແປເພພາຍຫຼັງການບຸກໂຈມຕີທາງອາກາດຂອງ
ອິດສະຣາແອນ ຢູ່ Rafah, ພາກໃຕ້ເຂດກາຊາ
(ພາບ: xaluan.com) |
(vovworld) – ວັນທີ 25/6, ອຳນາດການປົກຄອງ ປາແລດສະຕີນ (PA) ໄດ້ສົ່ງເອກະສານນິຕິກຳທຳອິດຂຶ້ນສານອາຍາສາກົນ (ICC) ຢ່າງເປັນທາງການ ເພື່ອແນໃສ່ຮ້ອງຟ້ອງ ອິດສະຣາແອນ ກ່ຽວກັບ “ບັນດາໂທດກຳສົງຄາມ”. ອົງການປົດປ່ອຍ ປາແສດສະຕີນ (PLO) ໄດ້ສົ່ງບັນດາເອກະສານຂຶ້ນ Twitter ເຄືອຂ່າຍສັງຄົມອອນໄລບາງເອກະສານທີ່ໄດ້ຍື່ນສະເໜີຕໍ່ ICC ທີ່ກ່ຽວຂ້ອງເຖິງ “ບັນດາເຂດຕັ້ງຖິ່ນຖານໂຄງທີ່, ເຂດກາຊາ ແລະ ນັກໂທດ”. ກ່ອນໜ້ານັ້ນ, ກໍ່ໃນວັນດຽວກັນ, ສຳນັກຂ່າວສານ Ma’an ໄດ້ຄັດສະເໜີຄຳເວົ້າຂອງທ່ານເອກອັກຄະລັດຖະທູດ ອຳນາດການປົກຄອງ ປາແລດສະຕີນ ປະຈຳ ໂຮນລັງ Nabil Abu Zneid ໃຫ້ຮູ້ວ່າ: ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອຳນາດການປົກຄອງ ປາແລດສະຕີນ Riyad al – Maliki ຄາດວ່າຈະນຳໜ້າຄະນະປະຕິບັດງານໄປຍັງສຳນັກງານສານເມື່ອສົ່ງສຳເນົາເອກະສານ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Zneid ຍອມຮັບວ່າ ICC ຈະເສຍເວລາ “ແຕ່ 5 -10 ປີ” ເພື່ອແກ້ໄຂສຳເນົາເອກະສານຂອງ ປາແລດສະຕີນ ຍ້ອນວ່າ “ນີ້ພຽງແຕ່ແມ່ນບາດກ້າວທຳອິດຈຳວນນັບຮ້ອຍບາດກ້າວ”.