ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຮັດວຽກ, ວຽກງານພົວພັນຕ່າງປະເທດຂອງຫ້ອງວ່າການປະທານປະເທດ
(VOVWORLD) -ຕອນເຊົ້າວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄືນໃໝ່ຄົບຮອບ 30 ປີ ແລະ ການມອບ - ຮັບຫຼຽນໄຊແຮງງານຊັ້ນໜຶ່ງ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ຫ້ອງວ່າການປະທານປະເທດ ຈົ່ງມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ເປັນເຈົ້າການໃນວຽກງານຄົ້ນຄວ້າ, ເປັນເສນາທິການສັງລວມ, ເປັນເສນາທິການຍຸດທະສາດຮັບໃຊ້ການເຄື່ອນໄຫວພາຍໃນປະເທດ ແລະ ການຕ່າງປະເທດຂອງປະທານປະເທດ ແລະ ຮອງປະທານປະເທດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍສະເໜີໃຫ້ຫ້ອງວ່າການ ຈົ່ງສືບຕໍ່ສ້າງ ແລະ ປັບປຸງລະບອບລະບຽບການ, ຂໍ້ກຳນົດແກ້ໄຂວຽກງານຕ່າງໆໃຫ້ສົມບູນ; ປ່ຽນແປງໃໝ່ແບບວິທີ, ແບບແຜນການເຮັດວຽກໃຫ້ມີວິທະຍາສາດ, ເປັນມືອາຊີບ; ຮັດແໜ້ນລະບຽບວິໄນ, ປະຕິບັດການປະຢັດມັດທະຍັດ, ຕ້ານການຟຸມເຟືອຍ.