(vovworld) - ປີ 2013, ຫວຽດນາມ ແລະ ຝລັ່ງ ຈະຈັດບັນດາການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງເພື່ອ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຝລັ່ງ ເຢືອງຈິ໋ຢຸງ ແລ້ວ, ປີພົບປະແລກປ່ຽນຫວຽດນາມ - ຝລ່ັງ ຈະຖືກຈັດຂຶ້ນຕະຫຼອດປີດ້ວຍບັນດາການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ... ໃນປີ 2013 ແລະ ຈະແກ່ຍາວຮອດເດືອນ 9/2014, ນີ້ຈະແມ່ນການເຄື່ອນໄຫວພິເສດໃນການພົວພັນລະຫວ່າງຫວຽດນາມ - ຝລັ່ງ.
“ນອກຈາກໃຫ້ບຸລິມະສິດແກ່ການພົບປະແລກປ່ຽນດ້ານການເມືອງຂັ້ນສູງເພື່ອກຳນົດທິດ, ສ້າງທ່າແຮງ, ເລື່ອງຈັດການປະຊຸມ ແລະ ປ່ຽນໃໝ່ບັນດາກົນໄກການເຈລະຈາ, ກຳນົດທິດຮ່ວມມືໃຫຍ່ລະຫວ່າງສອງປະເທດຄື; ຄະນະກຳມາທິການຮ່ວມມືດ້ານປ້ອງກັນຊາດ, ສະພາຂັ້ນສູງເພື່ອການພັດທະນາການຮ່ວມມືດ້ານເສດຖະກິດ, ການເຈລະຈາປ້ອງກັນຄວາມສະຫງົບ - ຍຸດທະສາດ, ຄະນະກຳມາທິການປະສົມຮ່ວມມືດ້ານວິທະຍາສາດ ເຕັກນິກ, ກອງປະຊຸມຮ່ວມມືປອດຈຸດສຸມ ຈະແມ່ນບັນດາຈຸດຜົ້ນເດັ່ນທີ່ມີຫຼາຍຮູບຫຼາຍແບບຂອງການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ”.
ທີ່ກອງປະຊຸມເປັນທີ່ປຶກສາປະຈຳເດືອນບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ໃນຕົ້ນເດືອນ 12 ຜ່ານມາ, ຝລັ່ງ ສືບຕໍ່ມີບັນດາຄຳໝັ້ນສັນຍາທີ່ສຳຄັນ, ຮັກສາບົດບາດເປັນນັກອຸປະຖຳໃຫຍ່ໃຫ້ແກ່ຫວຽດນາມ, ນຳໜ້າໃນສະຫະພາບເອີລົບ ດ້ວຍຄຳໝັ້ນສັນຍາອຸປະຖຳເງິນເກືອບ 340 ລ້ານ USD.