ປີ2013ແມ່ນປີພິເສດໃນການພົວພັນລະຫວ່າງຫວຽດນາມແລະຈີນ
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ
ພາບ:internet
|
(vovworld)-ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຢືນຢັນຄືດັ່ງກ່າວທີ່ການຕ້ອນຮັບທ່ານຮອງປະທານສະພາປຶກສາການເມືອງຈີນ ຫວາງເຢຍໄຮ ໃນຕອນເຊົ້າວັນທີ 19/12. ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ປີ 2013 ແມ່ນປີມີການຢ້ຽມຢາມຂັ້ນສູງຂອງການນຳລັດ, ລັດຖະບານສອງປະເທດ. ເລື່ອງຄະນະຜູ້ແທນສະພາປຶກສາການເມືອງຈີນ ມາຢ້ຽມຢາມຫວຽດນາມ ຈະປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບການຮ່ວມມືລະຫວ່າງສອງປະເທດ. ທ່ານ ຫວາງເຢຍໄຮ ມີຄວາມເຊື່ອໝັ້ນວ່າ: ໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງປະເທດນັບມື້ນັບພັດທະນາ, ໝັ້ນຄົງຍາວນານ, ກ້າວຫນ້າເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.