ຜູ້ປະຈຳການຄະນະເລຂາທິການ ເຈິ່ນເກິມຕູ ຂົນຂວາຍການເລືອກຕັ້ງຢູ່ນະຄອນ ດ່ານັ້ງ

(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ມີສິດເລືອກຕັ້ງໄດ້ຮັບຟັງການແນະນຳປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ
ຜູ້ປະຈຳການຄະນະເລຂາທິການ ເຈິ່ນເກິມຕູ ຂົນຂວາຍການເລືອກຕັ້ງຢູ່ນະຄອນ ດ່ານັ້ງ - ảnh 1(ທີ່ກອງປະຊຸມ)

        ຕອນເຊົ້າວັນທີ 04 ມີນາ, ຢູ່ສຳນັກງານຄະນະກຳມະການປະຊາຊົນຕາແສງ ມີ້ເຄ, ຄະນະກຳມະການແນວໂຮມປະເທດຊາດນະຄອນ ດ່ານັ້ງ ໄດ້ຈັດກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ຂົນຂວາຍການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ອາຍຸການ 2026 – 2031 ສຳລັບບັນດາຜູ້ສະໝັກຮັບເລືອກຕັ້ງຂຶ້ນກັບຫົວໜ່ວຍເລືອກຕັ້ງເລກທີ 1. ທ່ານປະຈຳການຄະນະເລຂາທິການ ເຈິ່ນເກິມຕູ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ຈຳນວນ 4 ທ່ານເຂົ້າຮ່ວມເຫດການ.

        ທີ່ກອງປະຊຸມ, ບັນດາຜູ້ມີສິດເລືອກຕັ້ງໄດ້ຮັບຟັງການແນະນຳປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ຕາມບັນຊີລາຍຊື່ທາງການທີ່ໄດ້ປະກາດ. ເມື່ອສະເໜີໂຄງການກະທຳຕໍ່ໜ້າບັນດາຜູ້ມີສິດເລືອກຕັ້ງ, ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ເຈິ່ນເກິມຕູ ຊີ້ແຈ້ງວ່າ:

        “ຖ້າໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 16, ພວກຂ້າພະເຈົ້າຂໍສັນຍາວ່າ ຈະເອົາໃຈໃສ່, ຕິດຕາມ, ເຂົ້າຮ່ວມການປະກອບຄຳເຫັນ, ສະເໜີບັນດາມາດຕະການລະອຽດ, ມີຄວາມເປັນໄປໄດ້ຢ່າງເປັນເປັນປະຈຳ ເພື່ອຈັດການປະຕິບັດບັນດາໂຄງການພັດທະນາເສດຖະກິດ - ສັງຄົມຂອງນະຄອນໃຫ້ມີປະສິດທິຜົນ. ພ້ອມກັບຄະນະສະມາຊິກສະພາແຫ່ງຊາດຂອງນະຄອນ ເປັນຂົວເຊື່ອມຕໍ່ລະຫວ່າງທ້ອງຖິ່ນກັບສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງທ້ອງຖິ່ນ, ປະກອບສ່ວນຊຸກຍູ້ການພັດທະນາຂອງນະຄອນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ