ທ່ານ ເລຮົ່ງແອງຜູ້ປະຈຳຄະນະເລຂາສູນກາງພັກ
ພາບ:dantri.com
|
(vovworld)- ຕອນບ່າຍວັນທີ 23/11 ຢູ່ຮ່າໂນ້ຍ, ທ່ານ ເລຮົ່ງແອງ ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກ ໄດ້ພົບປະກັບບັນດານັກທຸລະກິດ, ວິສາຫະກິດດີເດັ່ນ ຂຶ້ນກັບສະຫະສະມາຄົມຂະຫນາດກາງ ແລະ ນ້ອຍຫວຽດນາມ ເນື່ອງໃນໂອກາດ 10 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມ. ນະທີ່ນີ້ ທ່ານ ເລຮົ່ງແອງ ໄດ້ສະເຫນີອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຈົ່ງຊ່ວຍເຫລືອ, ສ້າງເງື່ອນໄຂເພື່ອສະຫະສະມາຄົມວິສາຫະກິດຂະຫນາດກາງ ແລະ ນ້ອຍ ຫວຽດນາມ ສ້າງຖັນແຖວນັກທຸລະກິດເຕີບໃຫຍ່ເຂັ້ມແຂງ, ມີປະສິດທິຜົນ, ກຳລັງແກ້ງແຍ້ງສູງ, ຮ່ວມສຳພັນຢ່າງແຫນ້ນແຟ້ນ, ເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າກັບລະບົບມູນຄ່າພາຍໃນປະເທດ ແລະ ທົ່ວໂລກ, ສູ້ຊົນຮອດປີ 2020 ມີນັກທຸລະກິດ, ວິສາຫະກິດຈຳນວນຫນຶ່ງມີເຄື່ອງໝາຍລະດັບພາກພື້ນ.