ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Laurent Fabius
(ພາບອີນເຕີແນດ)
(vovworld) - ເນື່ອງໃນໂອກາດການຢ້ຽມຢາມອີນໂດເນເຊຍ, ວັນທີ 02 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ Laurent Fabius ໄດ້ມີການໂອ້ລົມຢູ່ສຳນັກງານຄະນະເລຂາອາຊຽນ, ໃນນັ້ນ ທ່ານຢືນຢັນນະໂຍບາຍມຸ່ງໄປເຖິງພາກພື້ນອາຊີຂອງຝລັ່ງ. ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ ກໍໃຫ້ຮູ້ວ່າ ໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຝລັ່ງ ແມ່ນຕິດພັນກັນອາຊຽນ - ຊຶ່ງແມ່ນປະກົດການເພື່ອຄວາມມານະພະຍາຍາມສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາ ແລະ ວັດທະນາຖາວອນ. ທ່ານ Laurent Fabius ຊົມເຊີຍຫຼັກໝັ້ນຂອງຫວຽດນາມ ແລະ ບັນດາປະເທດອາຊຽນ ປາດຖະໜາຢາກແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານເຈລະຈາ ແລະ ເຄົາລົບກົດໝາຍສາກົນ. ທ່ານກໍຢືນຢັນວ່າ ຝລັ່ງດ້ວຍບົດບາດເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ, ແລະ ພັດທະນາໃນພາກພື້ນ ເມື່ອອາຊຽນ ແມ່ນໃຈກາງໃຫ້ແກ່ບັນດາເສັ້ນທາງຄົມມະນາຄົມທາງທະເລສາກົນ.