ຝ່າຍຄ້ານຢູ່ໄທຈັດການ ແຫ່ຂະບວນປະທ້ວງ ຄັດຄ້ານກົດໝາຍວ່າດ້ວຍ ການອະໄພຍະໂທດ ວັນອາທິດ ທີ 3 ພະຈິກ ຄ.ສ. 2013 | 16:07:17 (ພາບ: baodatviet.vn) (vovworld)- ວັນທີ 2/11, ຊາວໄທ ນັບພັນໆຄົນໄດ້ຈັດການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ ໄດ້ເຕົ້າໂຮມຢູ່ນະຄອນຫຼວງບາງກອກ ພາຍຫຼັງສະພາຜູ້ແທນລາສະດອນໄທ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການອະໄພຍະໂທດ ທີ່ກໍ່ຄວາມໂຕ້ຖຽງກັນ ຊື່ງຕາມນັ້ນແລ້ວ ອະນຸຍາດໃຫ້ທ່ານນາຍົກລັດຖະມົນຕີຜູ້ທີ່ຖືກໂຄ່ນລົ້ມທັກສິນ ຊີນນາວັດ ພວມພັດຖິ່ນສາມາດກັບເມືອປະເທດ. ຕຳຫຼວດໄທ ໃຫ້ຮູ້ວ່າ: ຜູ້ແຫ່ຂະບວນປະທ້ວງປະມານ 3000 ຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໂດຍພັກປະຊາທິປະໄຕຝ່າຍຄ້ານຈັດຕັ້ງຂຶ້ນໃນຕອນແລງວັນທີ 2/11 ແລະ ຄາດວ່າຈຳນວນດັ່ງກ່າວຈະສືບຕໍ່ເພີ່ມຂຶ້ນ. ຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ ໄດ້ຮັບການຮັບຮອງເອົາຈາກ ສະພາຜູ້ແທນລາສະດອນໄທ ໃນວັນທີ 1/11 ຜ່ານມາ ແລະ ຄາດວ່າຈະຖືກຍົກອອກມາເພື່ອໃຫ້ວຸດທິສະພາໄທ ຮັບຮອງເອົາໃນວັນທີ 11/11 ຈະມາເຖິງ./. Tag vovworldvovຝ່າຍຄ້ານຢູ່ໄທ ຂ່າວ/ບົດອື່ນ ຫວຽດນາມ ສະເຫນີ ອາເມລິກາ ຕີລາຄາຢ່າງພາວະວິໄສກ່ຽວກັບສະພາບການສາສະຫນາ,ການເຊື່ອຖືສາສະຫນາ ຂອງຫວຽດນາມ ຫວຽດນາມ ແລະລາວ ແບ່ງປັນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ ສື່ມວນຊົນ ສ.ເກົາຫຼີ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ