(vovworld) – ຄໍ່າຄືນວັນທີ 20/07, ທ່ານປະທານພັກຝ່າຍຄ້ານກູ້ຊາດ ກຳປູເຈຍ (CNRP) Sam Rainsy ຖະແຫຼງວ່າ CNRP ຕົກລົງຈັດຕັ້ງການເລືອກຕັ້ງໃນເດືອນ 02/2018 ເພື່ອແລກເອົາການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ (NEC) ໃໝ່ ແລະ ຈະຈັດການເຈລະຈາເປັນຄັ້ງສຸດທ້າຍກັບພັກປະຊາຊົນກຳປູເຈຍ (CPP) ກຳອຳນາດໃນວັນທີ 22/07. ໃນ Facebook ສ່ວນຕົວ, ທ່ານ Sam Rainsy ໄດ້ລົງຖະແຫຼງການໜຶ່ງທີ່ມີກາຈ້ຳຂອງ CNRP ແລະ ພັກກຳອຳນາດ CPP, ໃນນັ້ນໃຫ້ຮູ້ວ່າ ການເຈລະຈາຄັ້ງສຸດທ້າຍແມ່ນເພື່ອແນໃສ່ຢຸດຕິສະພາບການເມືອງບໍ່ມີທາງອອກ ເຊິ່ງຈະໄດ້ດຳເນີນໄປຢູ່ສະພາສູງໃນເວລາ 9 ໂມງເຊົ້າ ບົນພື້ນຖານຫຼັກການຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານນາຍົກລັດຖະມົນຕີ Hun Sen ແລະ ຫົວໜ້າພັກຝ່າຍຄ້ານ Sam Rainsy ໃນວັນທີ 09/04. ທ່ານ Sam Rainsy ກໍ່ໃຫ້ຮູ້ວ່າ ບັນດາຈຸດຕົ້ນຕໍຂອງຂໍ້ຕົກລົງເຈລະຈາຂັ້ນສູງລວມມີການສ້າງຕັ້ງ NEC ໃໝ່ທີ່ເໝາະສົມກັບລັດຖະທຳມະນູນ ໂດຍມີການຮັບຮອງຂອງ 2 ພັກ, ເຊິ່ງຈະຈັດຕັ້ງການເລືອກຕັ້ງຂັ້ນຕາແສງໃນເດືອນ 02/2017 ແລະ ການເລືອກຕັ້ງສະພາແຫ່ງຊາດໃນເດືອນ 02/2018.