ພັກ, ລັດ, ສະພາແຫ່ງຊາດ ຍາມໃດກໍ່ຈົດຈຳບຸນຄຸນຂອງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

(VOVWORLD) -ຕອນບ່າຍວັນທີ 14 ພຶດສະພາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ້ ໄດ້ພົບປະສັງສັນກັບສະມາຄົມມູນເຊື້ອ ເຈື່ອງເຊີນ ແຂວງ ທ໋າຍບີງ ເນື່ອງໃນໂອກາດມາຢ້ຽມຢາມ ຮ່າໂນ້ຍ
ພັກ, ລັດ, ສະພາແຫ່ງຊາດ ຍາມໃດກໍ່ຈົດຈຳບຸນຄຸນຂອງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1 (ພາບປະກອບ)

ທ່ານຮອງປະທານສະພາແຫ່ງຊາດ ໂດບ໋າຕິ້ ເນັ້ນໜັກວ່າ: ໃນຊຸມປີຜ່ານມາ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງນະໂຍບາຍຕອບບຸນແທນຄຸນ, ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ ເພື່ອປະກອບສ່ວນຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈສຳລັບຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ. ທ່ານຮອງປະທານສະພາແຫ່ງຊາດໂດບ໋າຕິ້ ສະເໜີບັນດາອົງການສຳນັກງານ, ອຳນາດການປົກຄອງບັນດາທ້ອງຖິ່ນເວົ້າລວມ, ແຂວງ ທ໋າຍບີງ ເວົ້າສະເພາະ ສືບຕໍ່ເອົາໃຈໃສ່

ກ່ວາອີກ ສຳລັບວຽກງານຕອບບຸນແທນຄຸນ, ຍູ້ແຮງຂະບວນການປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມເບິ່ງແຍງດູແລໃຫ້ຜູ້ມີຄຸນງາມຄວາມດີ.

ຕອບກັບ

ຂ່າວ/ບົດ​ອື່ນ