ພິທີວາງແຜ່ນສີລາກໍ່ສ້າງເຂດອາໄລຫານັກຮົບ ກາກມາ
(ພາບ: laodong.com.vn)
|
(vovworld) – ວັນທີ 13/3, ທີ່ຕາແສງ ກາມຫາຍດົງ, ເມືອງ ກາມເລີມ (ແຂວງ ແຄ໋ງຮ່ວາ), ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ ໄດ້ຈັດຕັ້ງພິທີວາງແຜ່ນສີລາກໍ່ສ້າງເຂດອາໄລຫານັກຮົບ ກາກມາ, ເພື່ອແນໃສ່ຈົດຈຳຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຂອງນັກຮົບກອງທັບເຮືອ 64 ຄົນທີ່ໄດ້ເສຍສະຫຼະຊີວິດໃນບັ້ນຮົບຕໍ່ສູ້ປົກປັກຮັກສາເກາະ ກາກມາ, ໝູ່ເກາະ ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານ ດັ້ງງອກຕູ່ງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ, ເນັ້ນໜັກວ່າ:
“ສານທີ່ພວກຂ້າພະເຈົ້າຢາກຝາກເຖິງພໍ່ແມ່ປະຊາຊົນໃນທົ່ວປະເທດ ແລະ ເພື່ອນມິດສາກົນວ່າ: ຊາວ ຫວຽດນາມ ລຸ້ນຕ່າງໆບໍ່ສາມາດຫຼົງລືມບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ ກາກມາ ເພື່ອປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດໄດ້. ບອກເຕື່ອນກັບລຸ້ນໜຸ່ມວ່າ: ເຈື່ອງຊາ - ຮ່ວາງຊາ ແມ່ນພາກສ່ວນໜຶ່ງຂອງປະເທດພວກເຮົາ. ຂ້າພະເຈົ້າຫວັງວ່າພໍ່ແມ່ປະຊາຊົນພາຍໃນປະເທດ ແລະ ຕ່າງປະເທດພ້ອມກັນກໍ່ປະກອບສ່ວນກໍ່ສ້າງເຂດອາໄລຫາ ກາກມາ ນີ້.”