ພິທີສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງສະມາຄົມ
ມິດຕະພາບຢູແກຼນ-ຫວຽດນາມ
(ພາບ: vietnam+)
(vovworld) - ວັນທີ 19/01 ຢູ່ນະຄອນຫລວງ ກີແອ໋ບ, ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ຈັດຕັ້ງງານພົບປະສ້າງສັນໄມຕີຈິດມິດຕະພາບ ເນື່ອງໃນໂອກາດສະເຫຼີມ ສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຢູແກຼນ - ຫວຽດນາມ ແລະ ເນື່ອງໃນໂອກາດປີໃໝ່ຕ້ອນຮັບບຸນເຕັດປີວອກ 2016. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ຫງວຽນມີງຈີ໋ ໄດ້ອວຍພອນ ແລະ ຕີລາຄາສູງບັນດາການອຸທິດສ່ວນອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍຄວາມໝາຍຂອງສະມາຄົມມິດຕະພາບ
ຢູແກຼນ - ຫວຽດນາມ ໃນຕະຫລອດເຄິ່ງສະຕະວັດຜ່ານມາ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ: ວັນທີ 19 ມັງກອນ 1966, ສະມາຄົມມິດຕະພາບ ໂຊວຽດ - ຫວຽດນາມ ສາຂາ ຢູ່ ຢູແກຼນ ຊຶ່ງແມ່ນຕົ້ນກຳເນີດຂອງສະມາຄົມມິດຕະພາບ ຢູແກຼນ - ຫວຽດນາມ ໃນປະຈຸບັນ ໄດ້ຮັບການສ້າງຕັ້ງ, ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນການພົວພັນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ຢູແກຼນ. ທ່ານເອກອັກຄະລັດຖະທູດ ຫງວຽນມີງຈີ໋ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງທີ່ສຸດເຖິງບັນດາສະມາຊິກຂອງສະມາຄົມໃນເມື່ອກ່ອນ ແລະ ໃນປະຈຸບັນເຊິ່ງແມ່ນຜູ້ທີີ່ ຍາມໃດກໍ່ຮັກສາ, ປັບປຸງເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ຫວຽດນາມ ໃຫ້ເລິກເຊິ່ງກ່ວາອີກ.