ພິທີອາໄລຫາ 716 ປີແຫ່ງວັນນັກວິລະຊົນຂອງຊາດ ເຈີນກວກຕວນ
ເຖິງແກ່ມໍລະນະກຳ (2015)
ພາບ:internet
|
(vovworld)- ຕອນເຊົ້າວັນທີ 17/9 ຢູ່ ແຂວງ ຫາຍເຢືອງ ໄດ້ຈັດຕັ້ງພິທີອາໄລຫາ 716 ປີແຫ່ງວັນນັກວິລະຊົນຂອງຊາດ ເຈີນກວກຕວນ (ຫລືເອີ້ນວ່າ ເຈີນຮືງດ້າວ) ເຖິງແກ່ມໍລະນະກຳ (1300- 2016) ແລະ ໄຂບຸນລະດູໃບໄມ້ຫລົ່ນ ກົນເຊີນ -ກຽບບາກ ປີ 2016. ນັກວິລະຊົນຂອງຊາດ ເຈີນກວກຕວນ ເກີດປີ 1228, ແມ່ນນັກການທະຫານທີ່ປີຊາສາມາດ. ໃນສັດຕະວັດທີ 13, ເຈີນກວກຕວນ ແລະບັນດາເຈົ້າຊີວິດໃນສະໄຫມລາດຊະວົງເຈີນຜູ້ທີ່ຮັກຊາດ ພ້ອມກັບນາຍພົນປີຊາສາມາດຫລາຍຄົນໄດ້ຕີຊະນະສັດຕູເປັນ 3 ຄັ້ງ. ແຕ່ລະປີ ເມື່ອຮອດບຸນລະດູໃບໄມ້ຫລົ່ນ ກົນເຊີນ ກຽບບາກ ອາໄລຫານັກວິລະຊົນ ເຈີນກວກຕວນ ໄດ້ກາຍເປັນເຫດການວັດທະນະທຳສຳຄັນໃຫຍ່ໃນຊີວິດດ້ານຈິດວິນຍານຂອງຊາວຫວຽດນາມ ແລະ ໄດ້ດຶງດູດນັກທ່ອງທ່ຽວມາຈາກທຸກສາລະທິດເຂົ້າຮ່ວມເປັນຈຳນວນຫລວງຫລາຍ.