(vovworld) - ວັນທີ 07/04 (ກົງກັບວັນທີ 08/03 ໄລ່ຕາມຈັນທະປະຕິທິນ), ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ຄະນະຈັດຕັ້ງງານບູນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບູນວິຫານຮຸ່ງປີມະເມຍ 2014 ໄດ້ຈັດພິທີແຫ່ວໍຂອງ 6 ຕາແສງຢູ່ອ້ອມຂ້າງໄປຍັງວິຫານຮຸ່ງ ເພື່ອສະແດງຄວາມນັບຖື, ຄວາມຮູ້ບູນຄຸນຕໍ່ບັນພະບຸລຸດ. ນີ້ແມ່ນການເຄື່ອນໄຫວເພື່ອເຊີດຊູຄຸນຄ່າເຫຼື້ອມໄສເຊື່ອຖືບູຊາເຈົ້າຊີວິດຮຸ່ງ ຢູ່ແຂວງຟຸ໋ທໍ້, ເຊິ່ງໄດ້ຮັບການຮັບຮອງຈາກອົງການ UNESCO ວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ, ພ້ອມທັງຮັກສາວັດທະນະທຳທີ່ເປັນມູນເຊື້ອແຕ່ສະໄໝເຂົ້າຊີວິດຮຸ່ງ ກໍ່ສ້າງປະເທດຊາດ ໄວ້. ຄະນະແຫ່ວໍໄດ້ປະຕິບັດພິທີແຫ່ວໍ ແລະ ຖະຫວາຍເຄື່ອງຂອງບູຊາຂຶ້ນຕໍ່ບັນດາເຈົ້າຊີວິດຮຸ່ງ. ນີ້ແມ່ນປີທີ 3 ທີ່ແຂວງຟຸ໋ທໍ້ ເປີດກວາງຂະໜາດແຫ່ວໍຢູ່ບັນດາຕາແສງອ້ອມຂ້າງ. ຜ່ານພິທີແຫ່ວໍ ເຮັດໃຫ້ຄຸນຄ່າວັດທະນະທຳເຫຼື້ອມໄສບູຊາເຈົ້າຊີວິດຮຸ່ງ ຢູ່ແຂວງຟຸ໋ທໍ້ ເພີ່ມຂຶ້ນ, ພ້ອມທັງປະກອບສ່ວນເຂົ້າໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ມີຮູບຮ່າງດັ່ງກ່າວ.