ພົບປະບັນດານັກວິທະຍາສາດແລະນັກຊ່ຽວຊານຫວຽດນາມຢູ່ຝຣັ່ງ ວັນຈັນ ທີ 19 ທັນວາ ຄ.ສ. 2016 | 14:47:27 ພົບປະບັນດານັກວິທະຍາສາດແລະນັກຊ່ຽວຊານຫວຽດນາມຢູ່ຝຣັ່ງ (vovworld) – ເພື່ອເປັນການເສີມຂະຫຍາຍປະສິດທິຜົນຄວາມສາມາດບົ່ມຊ້ອນດ້ານພູມປັນຍາຂອງປະຊາຄົມວິທະຍາສາດ ແລະ ນັກຊ່ຽວຊານຊາວ ຫວຽດນາມ ຢູ່ ຝຣັ່ງ, ທີ່ສືບທອດມູນເຊື້ອຂອງນັກປັນຍາຊົນຊາວ ຫວຽດນາມ ລຸ້ນຕ່າງໆຢູ່ ຝຣັ່ງ ກ່ອນນີ້ ກັບເມືອປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດແມ່ນຫົວຂໍ້ພົ້ນເດັ່ນຂອງການພົບປະກັບວົງການນັກຊ່ຽວຊານ, ບັນດານັກວິທະຍາສາດ, ບັນດານັກເຄື່ອນໄຫວສັງຄົມຊາວ ຫວຽດນາມ ຢູ່ ຝຣັ່ງ. ເຫດການນີ້ໂດຍສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ ຈັດຕັ້ງໃນວັນທີ 17/12 ຢູ່ ປາຣີ. ກ່າວຄຳເຫັນໄຂງານພົບປະ, ທ່ານ ຫງວຽນງອກເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໃຫ້ຮູ້ວ່າ ປະຊາຄົມຊາວ ຫວຽດນາມ ຢູ່ ຝຣັ່ງ ມີຄວາມເອກອ້າງທະນົງໃຈຕໍ່ຖັນແຖວນັກປັນຍາຊົນ ແລະ ບັນດານັກວິທະຍາສາດ ເຊື້ອຊາດ ຫວຽດນາມ ໄດ້ຮັບການບຳລຸງສ້າງຢູ່ ຝຣັ່ງ, ດ້ວຍບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາຂອງປະເທດຊາດເກືອບ 1 ສະຕະວັດທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ ຫງວຽນງອກເຊີນ ຖືວ່າຖັນແຖວນັກປັນຍາຊົນ ຫວຽດນາມ ຢູ່ ຝຣັ່ງ ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງນັ້ນ ແມ່ນມີນັກຊ່ຽວຊານ ແລະ ນັກວິທະຍາສາດນັບໝື່ນຄົນ ພວມຮັບຜິດຊອບໜ້າທີ່ສຳຄັນໃນຫຼາຍຂົງເຂດວິທະຍາສາດ - ເຕັກນິກ, ເສດຖະກິດ, ວັດທະນະທຳ, ນັບທັງທາງດ້ານການເມືອງຂອງ ຝຣັ່ງ, ມີທ່າແຮງຫຼາຍຢ່າງເພື່ອປະກອບສ່ວນເຂົ້າໃນພາລະກິດການເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ. Tag vovworld ປະສິດທິຜົນ ຂ່າວ/ບົດອື່ນ ປະທານປະເທດ ຫວຽດນາມ ໂຕເລິມ ລົງພົບປະກັບຜູ້ມີສິດເລືອກຕັ້ງແຂວງ ຮຶງອຽນ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 9 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik ສປປ. ເກົາຫລີ ຍິງທົດລອງລູກສອນໄຟນຳວິຖີຍຸດທະວິທີໃຫມ່
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won – shik
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ