(ທ່ານຟ້າມກວາງວິງ ເອກອັກຄະລັດຖະທູດ
ຫວຽດນາມ ປະຈຳ ອາເມລິກາ)
(vovworld) – ສະຖານທູດ ຫວຽດນາມ ແລະ ສະຖານທູດ ລາວ ຢູ່ນະຄອນຫລວງ ວໍຊິງຕັນ DC, ອາເມລິກາ, ຫາກໍຈັດຕັ້ງການພົບປະແລກປ່ຽນປະຈຳປີ ດ້ວຍການເຂົ້າຮ່ວມຂອງບັນດາພະນັກງານ 2 ປະເທດຈຳນວນຫລວງຫລາຍ. ນະທີ່ນີ້, ທ່ານຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ແລະ ທ່ານ ໄມ ໄຊຍະວົງ ເອກອັກຄະລັດຖະທູດ ລາວ ຢືນຢັນວ່າ: ການພົບປະແລກປ່ຽນແມ່ນມູນເຊື້ອອັນດີງາມລະຫວ່າງ 2 ກະຊວງການຕ່າງປະເທດ ແລະ ສະຖານທູດ 2 ປະເທດຢູ່ທຸກປະເທດໃນໂລກ, ປະກອບສ່ວນການປັບປຸງ ແລະ ພັດທະນາການພົວພັນແບບພິເສດ ຫວຽດນາມ - ລາວ. ເອກອັກຄະລັດຖະທູດທັງ 2 ທ່ານ ກໍສະແດງຄວາມຫວັງຢາກໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງມີປະສິດທິຜົນ, ຊຸກຍູ້ການພົວພັນກັບປະເທດປະຈຳຖິ່ນບົນພື້ນຖານ 2 ຝ່າຍກໍຄືໃນພາກພື້ນ ອາຊຽນ ກ່ວາອີກ. ທ່ານຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ແລະ ທ່ານ ໄມ ໄຊຍະວົງ ເອກອັກຄະລັດຖະທູດ ລາວ ເຊື່ອໝັ້ນວ່າ: ບັນດາການພົບປະແລກປ່ຽນຍາມໃດກໍແມ່ນກາລະໂອກາດດີ ເພື່ອໃຫ້ບັນດາພະນັກງານ, ຄອບຄົວເພີ່ມທະວີການພົວພັນວຽກງານ ແລະ ສ່ວນບຸກຄົນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ແມ່ນຂົວຕໍ່ໃນການຮ່ວມມືກັບປະເທດປະຈຳຖິ່ນ.