ພິມຈຳໜ່າຍປຶ້ມ ປະຕິທິນກ່ຽວກັບ ປະທານໂຮ່ຈິມິນ
(ພາບ:dantri.com.vn)
(VOV)- ຊຸດປຶ້ມປະຕິທິນ “ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ“ ໄດ້ຮັບການຮັບຮູ້ສະຖິຕິແມ່ນ “ປຶ້ມປະຕິທິນໂຮ່ຈິມິນ ໄດ້ພິມຈຳໜ່າຍຢູ່ຫວຽດນາມ ເປັນຄັ້ງທຳອິດ“. ນີ້ແມ່ນຊຸດປຶ້ມປະຕິທິນພິເສດທັງຮູບການ ແລະ ເນື້ອໃນຊື່ງໄດ້ຮັບການຮຽບຮຽງຢ່າງລະອຽດໃນເວລາກ່ວາ 3 ປີ. ຊຸດປຶ້ມປະຕິທິນດັ່ງກ່າວໄດ້ຮັບການອອກແບບແບບບູຮານແຕ່ທັນສະໄໝດ້ວຍຮູບແຕ້ມ 200 ແຜ່ນຂອງລຸງໂຮ່. ໃນປຶ້ມປະຕິທິນນີ້ມີ 365 ຄຳເວົ້າຂອງປະທານໂຮ່ຈິມິນ ຊື່ງແມ່ນບັນດາຄຳຮຽກຮ້ອງ, ຄຳສັ່ງສອນ, ລະດົມຂອງເພິ່ນທີ່ຝາກເຖິງທົ່ວພັກ, ທົ່ວປວງຊົນ, ອ້າຍນ້ອງເພື່ອນມິດທີ່ຮັກຫອມສັນຕິພາບໃນໂລກ. ພ້ອມກັນນັ້ນແມ່ນຄັດກາບກອນຂອງທ່ານປະທານໂຮ່ຈິມິນ 365 ຕອນຊື່ງໄດ້ຊ່ວຍໃຫ້ພວກເຮົາເຂົ້າໃຈກ່ຽວກັບປະທານໂຮ່ຈິມິນ ກ່ວາອີກຄືດັ່ງ “ນັກວັດທະນະທຳດີເລີດ“ ໂດຍອົງການອູແນສໂກໄດ້ເຊີດຊູ.