ພະຍຸນາຣີພັດເຂົ້າດ່ານັງ
(ພາບ: n247.com )
(vovworld)- ໃນເວລາ 6 ໂມງເຊົ້າຂອງວັນທີ 15/10, ພະຍຸນາຣີ ໄດ້ພັດເຂົ້ານະຄອນດ່ານັງ-ກວາງນາມ ດ້ວຍລົມແຮງລະດັບ 11 ແລະ ຝົນຕົກຢູ່ຫຼາຍແຫ່ງ. ທ່ານຟຸ່ງເຕິນວຽດ (Phùng Tấn Viết) ຮອງປະທານຄະນະກຳມະການ ປຊຊ ນະຄອນດ່ານັງ ໃຫ້ຮູ້ວ່າ: ພະຍຸເລກທີ 11 (ພະຍຸນາຣີ) ໄດ້ເຮັດໃຫ້ 5 ຄົນເສຍຊີວິດ ແລະ ຂາດໄຟຟ້າໃນບໍລິເວນກ້ວາງຂວາງ. ເຮືອນຊານຫຼາຍຫຼັງຢູ່ເມືອງລີເຊີນ, ນະຄອນໂຮ້ນອານ, ແຂວງກວາງນາມ ຖືກເປເພ, ການຈໍລະຈອນຖືກຢຸດສະງັກ. ທ່ານຟຸ່ງເຕິນວຽດ (Phùng Tấn Viết) ຮອງປະທານຄະນະກຳມະການ ປຊຊ ນະຄອນດ່ານັງ ໃຫ້ຮູ້ວ່າ: ໄດ້ຊີ້ນຳໃຫ້ຂະແໜງໄຟຟ້າດ່ານັງ ມີມາດຕະການແກ້ໄຂເພື່ອສະໜອງໄຟຟ້າຄືນໃໝ່ໃນໄລຍະເວລາໄວທີ່ສຸດ.
ທີ່ການປະຊຸມຂອງຄະນະຊີ້ນຳປ້ອງກັນພະຍຸນາຣີ ຈັດຂຶ້ນເມື່ອຕອນເຊົ້າວັນທີ 15/10 ຢູ່ນະຄອນດ່ານັງ, ທ່ານກາວດຶດຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ຊົນນະບົດຫວຽດນາມ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານພະຍຸສູນກາງ, ໄດ້ຮຽກຮ້ອງໃຫ້ກະຊວງຕຳຫຼວດຈົ່ງມີມາດຕະການແກ້ໄຂເພື່ອໃຫ້ການຈໍລະຈອນເປັນປົກກະຕິ ແລະ ຊີ້ນຳບັນດາຫົວໜ່ວຍໂທລະຄົມມະນາຄົມຟື້ນຟູການຕິດຕໍ່ພົວພັນເພື່ອແກ້ໄຂຜົນຮ້າຍຈາກພະຍຸ:
“ບັນດາສະຫາຍໃນຂະແໜງໄຟຟ້າພາກກາງຕ້ອງສຸມໃສ່ຟື້ນຟູລະບົບໄຟຟ້າໂດຍ ທັນທີ່, ຍ້ອນວ່າ, ຖ້າມີໄຟຟ້າຈຶ່ງສາມາດຕິດຕໍ່ພົວພັນໄດ້ ແລະ ໂຮງໝໍຈຶ່ງເຄື່ອນໄຫວໄດ້, ສະນັ້ນ, ການຟື້ນຟູລະບົບໄຟຟ້າແມ່ນວຽກງານຮີບດ່ວນທີ່ສຸດ. ທີສອງແມ່ນຕ້ອງເອົາໃຈໃສ່ເຖິງຊີວິດຂອງ ປຊຊ, ມີຫຼາຍຄົນບໍ່ມີບ່ອນຢູ່ຍ້ອນພະຍຸເຮັດໃຫ້ເຮືອນຊານຖືກເປເພ, ນັ້ນກໍ່ແມ່ນວຽກງານທີ່ຮີບດ່ວນຕ້ອງເຮັດ, ຫລັງຈາກນັ້ນແມ່ນຕ້ອງກະກຽມຮັບມືກັບພະຍຸນ້ຳຖ້ວມອີກ“.
ຕາມການສະຖິຕິໂດຍສັງເຂບ, ໄລ່ຮອດຕອນສວຍວັນທີ 15/10, ພະຍຸນາຣີ ໄດ້ເຮັດໃຫ້ 5 ຄົນເສຍຊີວິດ ແລະຫາຍສາບສູນ ແລະ 27 ຄົນຖືກບາດເຈັບ, ເຮັດໃຫ້ເຮືອນຊານນັບພັນລັງຖືກເປເພ, ເສັ້ນທາງຄົມມະນາຄົມຫຼາຍສາຍບໍ່ສາມາດຈໍລະຈອນໄດ້, ເສົາໄຟຟ້າ, ຕົ້ນໄມ້ຖືກຫັກຢູ່ບັນດາແຂວງພາກກາງຫວຽດນາມ.