(VOVWORLD) -ລາງວັນປື້ມແຫ່ງຊາດຄັ້ງທີ 4 ມີການເຂົ້າຮ່ວມຂອງຜູ້ຕາງໜ້າສຳນັກພິມຈຳໜ່າຍ 48 ແຫ່ງ ດ້ວຍປື້ມເກືອບ 386 ຫົວ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ພິທີມອບລາງວັນ |
ຕອນຄ່ຳວັນທີ 3 ຕຸລາ, ຢູ່ໂຮງລະຄອນສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 58, ຖະໜົນກ໋ວານຊືຮ່າໂນ້ຍ, ສະມາຄົມພິມຈຳໜ່າຍແຫ່ງຊາດໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ຈັດພິທີມອບລາງວັນປື້ມແຫ່ງຊາດຄັ້ງທີ 5. ລາງວັນປື້ມແຫ່ງຊາດຄັ້ງທີ 4 ມີການເຂົ້າຮ່ວມຂອງຜູ້ຕາງໜ້າສຳນັກພິມຈຳໜ່າຍ 48 ແຫ່ງ ດ້ວຍປື້ມເກືອບ 386 ຫົວ. ສະພາມອບລາງວັນໄດ້ມອບລາງວັນໃຫ້ແກ່ປື້ມ, ສຸດປຶ້ມ 26 ຫົວ, ໃນນັ້ນ ລາງວັນ A ມີ 1 ລາງວັນ, ລາງວັນ B ມີ 9 ລາງວັນ ແລະ ລາງວັນ C ມີ 16 ລາງວັນ ດ້ວຍຜົນງານຕ່າງໆທີ່ຂຶ້ນກັບ 5 ຂົງເຂດນັ້ນແມ່ນ: ການເມືອງ, ເສດຖະກິດ; ວິທະຍາສາດທຳມະຊາດ ແລະ ເຕັກໂນໂລຢີ; ວິທະຍາສາດສັງຄົມ ແລະ ມະນຸດສາດ, ວັດທະນະທຳ, ວັນນະຄະດີ ແລະ ສິລະປະ; ເຍົາວະຊົນ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢັ້ງຢືນວ່າ:
ຫວັງວ່າທົ່ວຂະແໜງພິມຈຳໜ່າຍຈະສືບທອດມູນເຊື້ອ 70 ປີ ເຊິ່ງຈະສືບຕໍ່ຜະລິດຜົນງານທີ່ມ່ວນ ແລະ ດີກ່ວາເກົ່າ. ການປະຕິບັດວຽກງານນີ້ ໝາຍຄວາມວ່າ ພວກເຮົາພວມເພີ່ມພູນຄູນສ້າງຄຸນຄ່າມໍລະດົກດ້ານວັດທະນະທຳຊົນເຜົ່າ ຂອງພວກເຮົາໃນຕະຫຼອດໄລຍະນັບພັນປີ. ພາຍຫຼັງ 5 ປີພວກເຮົາກໍ່ຖອດຖອນໄດ້ບົດຮຽນປະສົບການເບື້ອງຕົ້ນ ແຕ່ມີລ້ຳຄ່າທີ່ສຸດ ເພື່ອໃຫ້ລາງວັນນີ້ນັບມື້ນັບມີອິດທິພົນຊື່ສຽງ ແລະ ບໍ່ພຽງແຕ່ແມ່ນສະຖານທີ່, ແມ່ນເປົ້າໝາຍເຊິ່ງບັນດາສຳນັກພິມຈຳໜ່າຍພາຍໃນປະເທດ ໄດ້ເຂົາຮ່ວມເທົ່ານັ້ນ ຫາກຍັງຫວັງວ່າຈະມີບັນດາຜົນງານທີ່ ມາຈາກຕ່າງປະເທດເຂົ້າຮ່ວມນຳອີກ, ນັ້ນແມ່ນເສັ້ນທາງທີ່ຍາວທີ່ສຸດ ເຊິ່ງພວກເຮົາຕ້ອງມຸ່ງໄປເຖິງ.