ມີຜູ້ເສຍຊີວິດ 68 ຄົນໃນບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ເຂົ້າໃສ່ຄ້າຍລວມສູນຊາວອົບພະຍົບຜິດກົດໝາຍ ຢູ່ ເຢແມນ
(VOVWORLD) - ມີຜູ້ເສຍຊີວິດ 68 ຄົນໃນບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ເລັ່ງໃສ່ສູນກັກຂັງຊາວອົບພະຍົບແບບຜິດກົດໝາຍຢູ່ ເຢແມນ ໃນຄ່ຳຄືນວັນທີ 27 ເມສາ.
ສົ່ງຜູ້ບາດເຈັບອອກຈາກບ່ອນເກີດເຫດ (ພາບ: Reuters |
ວັນທີ 28 ເມສາ: ກຳລັງ ຮູທີ ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດ 68 ຄົນໃນບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ເລັ່ງໃສ່ສູນກັກຂັງຊາວອົບພະຍົບແບບຜິດກົດໝາຍຢູ່ ເຢແມນ ໃນຄ່ຳຄືນວັນທີ 27 ເມສາ. ຕາມບັນດາຍານພາຫະນະສື່ມວນຊົນຂອງ ຮູທີ ແລ້ວ, ນອກຈາກມີ 68 ຄົນເສຍຊີວິດ, ບັ້ນບຸກໂຈມຕີທາງອາກາດດັ່ງກ່າວ ຍັງເຮັດໃຫ້ 47 ຄົນຖືກບາດເຈັບ. ຜູ້ປະສົບເຄາະຮ້າຍທັງໝົດແມ່ນຊາວອົບພະຍົບຜິດກົດໝາຍຊາວ ອາຟະລິກາ. ເຖິງຢ່າງໃດກໍຕາມ, ຂໍ້ມູນດັ່ງກ່າວ ຍັງບໍ່ທັນໄດ້ຮັບການຢັ້ງຢືນຈາກບັນດາແຫຼ່ງຂ່າວເອກະລາດ.
ກໍໃນວັນທີ 28 ເມສາ, ກອງບັນຊາການສູນກາງ ອາເມລິກາ ປະຈຳ ຕາເວັນອອກກາງ (CENTCOM) ໄດ້ອອກແຈ້ງການເລົ່າຄືນບັ້ນບຸກໂຈມຕີອາກາດທີ່ມີຂອບຂະໜາດໃຫຍ່ເລັ່ງໃສ່ ເຢແມນ ໃນວັນທີ 15 ມີນາ, ກອງທັບອາກາດ ອາເມລິກາ ໄດ້ບຸກໂຈມຕີເລັ່ງໃສ່ກວ່າ 800 ເປົ້າໝາຍ.
ບາທີ, ນັກຂ່າວ VOV ຢູ່ ອີຢິບ