(vovworld) – ຕອນເຊົ້າວັນທີ 17/10, ມີສະມາຊິກສະພາແຫ່ງຊາດຍີ່ປຸ່ນ ປະມານ 110 ທ່ານໄດ້ໄປໄວ້ອາໄລຢູ່ວິຫານ Yasukuni ທີ່ໂຕກຽວ, ເນື່ອງໃນໂອກາດເລີ່ມຕົ້ນງານບຸນລະດູໃບໃມ່ຫຼົ່ນ ທີ່ແກ່ຍາວເປັນເວລາ 4 ວັນ. ເຂົ້າຮ່ວມກຸ່ມສະມາຊິກສະພາແຫ່ງຊາດນີ້ ມີບັນດາສະມາຊິກພັກປະຊາທິປະໄຕເສລີ (LDP) ກຳອຳນາດ ແລະ ພັກປະຊາທິປະໄຕຍີ່ປຸ່ນ (DPJ) ຝ່າຍຄ້ານ ພ້ອມກັບພັກອື່ນໆອີກ. ນອກຈາກນັ້ນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ພາຍໃນ Sanae Takaichi ໄດ້ເປີດເຜີຍຄວາມຕັ້ງໃຈໄປໄວ້ອາໄລຢູ່ວິຫານ Yasukuni ໃນເວລາຈັດງານບຸນ.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ສົ່ງເຄື່ອງຂອງບູຊາເຖິງວິຫານນີ້. ຄະນະຄຸ້ມຄອງວິຫານໃຫ້ຮູ້ວ່າ ທ່ານ Abe ສົ່ງຕົ້ນໄມ້ “masakaki” ມາໃນຖານະເປັນນາຍົກລັດຖະມົນຕີ ມາຢ້ຽມຢາມວິຫານ. ປະຈຸບັນ, ທ່ານ Abe ພວມເຂົ້າຮ່ວມເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ຢູ່ອີຕາລີ ຮອດວັນທີ 18/10.