(ພາບປະກອບ)
(VOV)- ຕອນເຊົ້າວັນທີ 2/11, ຄະນະກຳມະການປະຊາຊົນແຂວງ Dac Lac ໄດ້ຈັດພິທີມອບບັນດາຮູບການຍ້ອງຍໍມອບລາງວັນຂອງປະທານປະເທດ, ນາຍົກລັດ ຖະມົນຕີໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນເພື່ອຮັບຮູ້ ແລະ ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນພາກລະກິດພັດທະນາເສດຖະກິດ, ບັນດາໄລຍະການປະຕິວັດ, ບັນດາຂະບວນການແຂ່ງຂັນຮັກຊາດໃນໄລຍະຜ່ານມາ. ແລະ ກໍ່ໃນພິທີດັ່ງກ່າວ, ໂດຍໄດ້ຮັບການມອບໝາຍຈາກທ່ານປະທານປະເທດ, ການນຳຄະນະກຳມະການປະຊາຊົນແຂວງ Dac Lac ໄດ້ມອບໃບຮັບຮອງນາມມະຍົດແມ່ຫວຽດນາມ ວິລະຊົນ ໃຫ້ຍາດຕິພີ່ນ້ອງຄອບຄົວແມ່ຫວຽດນາມ ວິລະຊົນ 12 ຄົນ; ມອບໃບຢັງຢືນຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ອຸທິດສ່ວນຫຼາຍຢ່າງໃນໄລຍະສົງຄາມປົດປ່ອຍຊາດ. ທ່ານ Le Van Quyet ພະນັກງານປະຕິວັດອະວຸໂສ, ອະດີດປະທານແນວໂຮມປະເທດຊາດແຂວງ Dac Lac ຜູ້ໄດ້ຮັບຫຼຽນໄຊເອກະລາດຊັ້ນ 3 ໄດ້ແບ່ງປັນວ່າ:
“ເມື່ອໄດ້ຮັບການຮັບຮູ້ຄຸນງາມຄວາມດີ ແລະ ລາງວັນອັນສູງສົ່ງຈາກພັກ ແລະ ລັດ ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ຄຸນງາມຄວາມດີນີ້ບໍ່ພຽງແຕ່ແມ່ນຂອງຕົນເອງເທົ່ານັ້ນ ຫາກແມ່ນການປະກອບສ່ວນລວມຂອງໝູ່ຄະນະ, ຂອງອ້າຍນ້ອງອີກດ້ວຍ. ເມື່ອໄດ້ຮັບລາງວັນອັນສູງສົ່ງນີ້ ຂ້າພະເຈົ້າໄດ້ຄິດເຖິງຜູ້ທີ່ໄດ້ເສຍສະຫຼະຊີວິດໄປແລ້ວ, ຄືແນວນັ້ນຈຶ່ງປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ“