ມາເລເຊຍ,ຈີນເພີ່ມທະວີການຮ່ວມມືປ້ອງກັນຊາດ

ມາເລເຊຍ,ຈີນເພີ່ມທະວີການຮ່ວມມືປ້ອງກັນຊາດ - ảnh 1
ນາຍົກລັດຖະມົນຕີ ສີຈິ້ນຜິງ ແລະ ນາຍົກລັດຖະມົນຕີ  Najib Razak
(ພາບປະກອບຈາກ Reuters)

(vovworld) - ມາ​ເລ​​ເຊ​ຍ​ ​ແລະ ຈີນ ຈະ​ດຳ​ເນີນ​ການ​ຊ້ອມ​ຮົບຮ່ວມ​ແຕ່​ປີ 2014, ຍູ້​ແຮງ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ​​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ກ່ອນ​ນີ້ 9 ປີ​. ຂໍ້​ຕົກລົງ​ດັ່ງກ່າວ​ບັນລຸ​​ໄດ້​ໃນ​ການ​ເຈລະຈາ​ລະຫວ່າງ​ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ຈ໋າງກວາງ​ແຈ໋ວ​ງ ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ Hishammuddin Hussein ທີ່​ພວມ​ຢູ່​ຢ້ຽມຢາມ ບັກ​ກິ່ງ ​ແຕ່​ວັນ​ທີ 29 – 31/10 ​ເພື່ອ​ແນ​ໃສ່​ຍູ້​ແຮ​ງການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ 2 ຝ່າຍ​ກ່ວາ​ອີກ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ລັດຖະມົນຕີ Hishammuddin Hussein ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ຈະ​ລວມມີ​ການ​ຊ້ອມ​ຮົບ​ທັງ​ທາງ​ບົກ, ທາງ​ນ້ຳ ​ແລະ ທາງ​ອາກາດ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດກ່ວາ​ອີກ, ພິ​ເສດ​​ແມ່ນໃນ​ວຽກ​ງານ​ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຮ່ວມ, ​ແລກປ່ຽນ​ທະຫານ, ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂະ​ແໜງ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຕ້ານ​ກໍ່​ການ​ຮ້າຍ ​ແລະ ອາ​ດຊະ​ຍາ​ກຳ​ຂ້າມ​ຊາດ.

        ​ໃນ​ໄລຍະ​ຢູ່ຢ້ຽມຢາມ ຈີນ, ທ່ານລັດຖະມົນຕີ Hishammuddin Hussein  ​ໄດ້​ພົບ​ປະ​ກັບ​ການ​ນຳ​ການ​ທະ​ຫານ​ອັນ​ດັບ​ໜຶ່ງ​ຂອງ ຈີນ.

 

ຂ່າວ/ບົດ​ອື່ນ