ຢືນຢັນພະລັງຊີວິດຂອງພາສາຝະຣັ່ງໃນປະຊາຄົມ
ວັນບຸນໃຊ້ພາສາຝະຣັ່ງ ແລະ ສະເຫຼີມສະຫຼອງ
55 ປີແຫ່ງວັນສ້າງຕັ້ງພະແນກພາສາຝະຣັ່ງ
(vovworld) – ຕອນເຊົ້າວັນທີ 18/03 ຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຈັດຕັ້ງວັນບຸນໃຊ້ພາສາຝະຣັ່ງ ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງພະແນກພາສາຝະຣັ່ງ. ເຂົ້າຮ່ວມພິທີມີທ່ານ Eric Normand Thibeault ຜູ້ຕາງໜ້າພາກພື້ນ ອາຊີ - ປາຊີຟິກຂອງອົງການຝະຣັ່ງໂກໂຟນີສາກົນ (OIF), ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາອົງການການທູດປະຈຳ ຮ່າໂນ້ຍ, ການນຳບັນດາກະຊວງ, ຄະນະ, ຂະແໜງການ, ພະນັກງານ, ຄູອາຈານທີ່ມີການປະກອບສ່ວນເຂົ້າໃນຂະບວນການໃຊ້ພາສາຝະຣັ່ງຢູ່ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານ ໂດຕ໋ວນມີງ ອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເນັ້ນໜັກວ່າ ດ້ວຍທິດສະດີ “ພ້ອມກັນສ້າງກາລະໂອກາດ” ແລະ ຄຳຂວັນ “ນິຍົມ ແລະ ແບ່ງປັນ” ຂອງປະຊາຄົມໃຊ້ພາສາຝະຣັ່ງ, ພະແນກພາສາ ຝະຣັ່ງ ມີຄວາມເອກອ້າງທະນົງໃຈດ້ວຍມູນເຊື້ອ 55 ປີຜ່ານມາ, ບໍ່ພຽງແຕ່ນຳໃຊ້ພາສາ ຝະຣັ່ງ ໃນການສິດສອນ, ຄົ້ນຄວ້າວິທະຍາສາດ, ການ ຮ່ວມມືສາກົນເທົ່ານັ້ນ ຫາກຍັງເຮັດໃຫ້ພາສາ ຝະຣັ່ງນັບມື້ນັບມີພະລັງຊີວິດໃນປະຊາຄົມຢ່າງບໍ່ຢຸກຢັ້ງອີກດ້ວຍ.