ຢູແກຼນ ແຈ້ງໃຫ້ຊາບວ່າ ກໍ່ຳປັ່ນຂົນສົ່ງທັນຍາຫານໃຫຍ່ທີ່ສຸດໄດ້ອອກຈາກທ່າກ່ຳປັ່ນ
(VOVWORLD) - ມີກ່ຳປັ່ນກວ່າ 13 ລຳ ຂົນສົ່ງຜະລິດຕະພັນກະເສດ 282.500 ໂຕນຂອງປະເທດນີ້ໄດ້ອອກຈາກທ່າກ່ຳປັ່ນຂອງ ຢູແກຼນ ໃນວັນທີ 4 ກັນຍາ ແລະ ຂ້າມທະເລດຳ ໄປຍັງ 8 ຕະຫຼາດຕ່າງປະເທດ.
ກ່ຳປັ່ນຂົນສົ່ງທັນຍາຫານ (ພາບ: TTXVN) |
ຢູແກຼນ ແຈ້ງໃຫ້ຊາບວ່າ ມີກ່ຳປັ່ນກວ່າ 13 ລຳ ຂົນສົ່ງຜະລິດຕະພັນກະເສດ 282.500 ໂຕນຂອງປະເທດນີ້ໄດ້ອອກຈາກທ່າກ່ຳປັ່ນຂອງ ຢູແກຼນ ໃນວັນທີ 4 ກັນຍາ ແລະ ຂ້າມທະເລດຳ ໄປຍັງ 8 ຕະຫຼາດຕ່າງປະເທດ. ນີ້ແມ່ນຈຳນວນກ່ຳປັ່ນຂົນສົ່ງທັນຍາຫານສົ່ງອອກໃຫຍ່ທີ່ສຸດຂອງ ຢູແກຼນ ໄດ້ເດີນທາງຈາກທ່າກ່ຳປັ່ນໃນວັນດຽວກັນ ພາຍຫຼັງທີ່ ຢູແກຼນ ເຊັນຂໍ້ຕົກລົງກັບ ລັດເຊຍ ໃນວັນທີ 22 ກໍລະກົດ ດ້ວຍບົດບາດເປັນກາງຂອງ ສປຊ ແລະ ຕວັກກີ.
ຈຳນວນທັນຍາຫານສົ່ງອອກເຂົ້າທຽບທ່າກ່ຳປັ່ນ Odesa, Chornomorsk ແລະ Pivdennyi, ເຊິ່ງແມ່ນທ່າກ່ຳປັ່ນທີ່ຖືກທະຫານ ລັດເຊຍ ປິດລ້ອມທັງໝົດຈົນຮອດເວລາທີ່ Kiev ແລະ Moscow ບັນລຸໄດ້ຂໍ້ຕົກລົງ. ຕາມແຈ້ງການຂອງກະຊວງພື້ນຖານໂຄງລ່າງ ຢູແກຼນ ໃນ Facebook, ນັບແຕ່ນັ້ນມາຮອດປັດຈຸບັນ, ໄດ້ມີກ່ຳປັ່ນ 86 ລຳໄດ້ອອກຈາກທ່າກ່ຳປັ່ນຂອງ ຢູແກຼນ ແລະ ຂົນສົ່ງຜະລິດຕະພັນກະເສດປະມານ 2 ລ້ານໂຕນຂອງປະເທດນີ້ສົ່ງອອກໄປຍັງ 19 ປະເທດ.