ລົງທຶນ100ຕື້ດົ່ງໃຫ້ແກ່ການສົ່ງເສີມການຄ້າແຫ່ງຊາດປີ2015

ລົງທຶນ100ຕື້ດົ່ງໃຫ້ແກ່ການສົ່ງເສີມການຄ້າແຫ່ງຊາດປີ2015 - ảnh 1
ພາບ​ປະ​ກອບ

(vovworld) - ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ ຫາກໍ່​ເຊັນ​ຂໍ້​ຕົກ​ລົງ​ອະ​ນຸ​ມັດ​ຜ່ານ​ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ປີ 2015, ລວມ​ມີ 212 ແຜນ​ຮ່າງຂອງ 70 ຫົວ​ໜ່ວຍ​ເປັນ​ເຈົ້າ​ພາບ​ດ້ວຍຍອດ​ມູນ​ຄ່າ​ກ່​ວາ 100 ຕື້​ດົ່ງ. ເລື່ອງ​ອະ​ນຸ​ມັດ​ຜ່ານ​ໂຄງ​ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ປີ 2015 ໄວ​ກ່​ວາ​ໜຶ່ງ​ເດືອນ​ເມື່ອ​ທຽບ​ໃສ່​ກັບ​ຊຸມ​ປີກ​່ອນນີ້ ​ໄດ້ສ້າງ​ເງື່ອນ​ໄຂ​ເປັນ​ເຈົ້າ​ການ​ຍູ້​ໄວ​ການ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ເປັນ​ເຈົ້າ​​ພາບ, ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ອາດ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ນັບ​ແຕ່​ຕົ້ນ​ປີ.


ຂ່າວ/ບົດ​ອື່ນ