ລັດຖະມົນຕີກະຊວງການເງິນເອີລົບບັນລຸໄດ້ຂໍ້ຕົກລົງຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ເອີລົບ ເຫັນດີກ່ຽວກັບບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 546 ຕື້ USD ເພື່ອໜູນຊ່ວຍບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນສະພາບເກີດໂລກລະບາດໂຄວິດ-19
ລັດຖະມົນຕີກະຊວງການເງິນເອີລົບບັນລຸໄດ້ຂໍ້ຕົກລົງຮັບມືກັບໂລກລະບາດໂຄວິດ-19 - ảnh 1 (ພາບປະກອບ: AFP/TTXVN)

ພາຍຫຼັງກອງປະຊຸມຄັ້ງທຳອິດບໍ່ປະສົບຜົນສຳເລັດ, ຕໍ່ຈາກນັ້ນແມ່ນບັນດາກອງປະຊຸມປຶກສາຫາລືທີ່ເຄັ່ງຕຶງ, ສຸດທ້າຍຕອນຄ່ຳວັນທີ 09 ເມສາ, ບັນດາລັດຖະມົນຕີກະຊວງການເງິນເອີລົບ ກໍ່ໄດ້ເຫັນດີກ່ຽວກັບບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 546 ຕື້ USD ເພື່ອໜູນຊ່ວຍບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນສະພາບເກີດໂລກລະບາດໂຄວິດ-19.

        ຄວາມເຫັນດີເຫັນພ້ອມນີ້ໄດ້ຊ່ວຍແກ້ໄຂຄວາມແບ່ງແຍກລະຫວ່າງບັນດາປະເທດທາງທິດເໜືອ ແລະ ທິດໃຕ້ເອີລົບ ທີ່ພວມມານະພະຍາຍາມສະແດງໃຫ້ເຫັນຄວາມເປັນເອກະພາບໃນການຮັບມືກັບຜົນເສຍຫາຍທາງດ້ານເສດຖະກິດຍ້ອນໂລກລະບາດໂຄວິດ-19, ພາຍຫຼັງຖືກໂຈະໄວ້ມາເປັນຫຼາຍອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ