ລັດຖະມົນຕີການຄ້າG20ຊຸກຍູ້ຍຸດທະສາດເຕີບໂຕດ້ານການຄ້າ
![ລັດຖະມົນຕີການຄ້າG20ຊຸກຍູ້ຍຸດທະສາດເຕີບໂຕດ້ານການຄ້າ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_07_11/bo truong thuong mai g20 thuc day chien luoc tang truong thuong mai.jpg)
ຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຄ້າ G20
ພາບ:EPA/TTXVN
|
(vovworld)- ວັນທີ 10/7, ບັນດາລັດຖະມົນຕີການຄ້າ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນຂອງໂລກ (G20) ໄດ້ເຫັນດີຫລຸດຜ່ອນລາຍຈ່າຍດ້ານການຄ້າ, ເພີ່ມທະວີການຮ່ວມມືກ່ຽວກັບນະໂຍບາຍ ແລະ ຊຸກຍູ້ການເຄື່ອນໄຫວດ້ານການເງິນ, ໃນສະພາບລະບອບອາລັກຂາພື້ນຖານອຸດສາຫະກຳພາຍໃນປະເທດໄດ້ເພີ່ມຂຶ້ນ “ເປັນຫນ້າວິຕົກກັງວົນ”. ຄຳໝັ້ນສັນຍານີ້ຖືກຍົກອອກ ພາຍຫລັງ ສິ້ນສຸດ ກອງປະຊຸມລັດຖະມົນຕີການຄ້າ G20 ດຳເນີນເປັນເວລາ 2 ວັນ ຢູ່ ຊຽງໄຮ່ ປະເທດຈີນ. ຕາມຖະແຫລງການຮ່ວມ, ບັນດາລັດຖະມົນຕີໄດ້ສັງເກດວ່າ ເສດຖະກິດທົ່ວໂລກສືບຕໍ່ຟື້ນຕົວ ແຕ່ບໍ່ສະຫມ່ຳສະເຫມີ ແລະ ຍັງບໍ່ທັນບັນລຸຄາດໝາຍເຕີບໂຕແບບຍືນຍົງ ແລະ ດຸ່ນດ່ຽງ ກໍຄືຍັງຄົງຄ້າງບັນດາຄວາມສ່ຽງ ແລະ ການຜັນແປ. ບັນດາທ່ານລັດຖະມົນຕີໄດ້ເນັ້ນຫນັກວ່າ ດ້ານການຄ້າຄວນຮັກສາແມ່ນ “ກຳລັງຫນູນສຳຄັນ” ເພື່ອກະຕຸກຊຸກຍູ້ການເຕີບໂຕໃນທົ່ວໂລກ. ເພື່ອສະກັດກັ້ນທ່າຊຸດໂຊມຂອງພື້ນຖານເສດຖະກິດໂລກ, ບັນດາທ່ານລັດຖະມົນຕີກໍເຫັນດີປັບປຸງວຽກງານຄຸ້ມຄອງດ້ານການຄ້າທົ່ວໂລກ ເພື່ອມຸ່ງໄປເຖິງການຜ່ອນຜັນ ແລະ ຫັນການຄ້າເປັນເສລີ. ຄຽງຄູ່ກັນນັ້ນ ກອງປະຊຸມ ຍັງໄດ້ໃຫ້ຄຳໝັ້ນສັນຍາຈະຫລຸດຜ່ອນ 15% ລາຍຈ່າຍດ້ານການຄ້າ, ແຕ່ບໍ່ເປີດເຜີຍຈຸດເວລາປະຕິບັດ.