(vovworld) - ວັນທີ 20/5, ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ໄດ້ເລີ່ມຕົ້ນການປະຕິບັດງານໄປຍັງ 4 ປະເທດຕາເວັນອອກກາງເຊິ່ງລວມມີ: Oman, ຈໍແດນ, ອິດສະຣາແອນ ແລະ ປາແລດສະຕີນ. ຫຼັງຈາກນັ້ນ ທ່ານຈະໄປຍັງ Ethiopia, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອົງການເອກະພາບ ອາບຟຣີກາ (OAU) - ເຊິ່ງແມ່ນຕົ້ນກຳເນີດຂອງສະຫະພັນ ອາບຟຣີກາ (AU) ປະຈຸບັນ. ນີ້ແມ່ນການປະຕິບັດງານຄັ້ງທີ 4 ຂອງທ່ານ Kerry ໄປຍັງເຂດຕາເວັນອອກກາງນັບແຕ່ເມື່ອໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ອາເມລິກາ. ປະເທດທຳອິດທີ່ທ່ານມາຢ້ຽມຢາມແມ່ນ Oman, ທ່ານລັດຖະມົນຕີການຕ່າງປະເທດ Kerry ຈະມີການເຈລະຈາກັບບັນດາການນຳຂອງປະເທດເຂດອ່າວນີ້ກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາພາກພື້ນ. ທີ່ ຈໍແດນ, ທ່ານຈະເຂົ້າຮ່ວມກອງປະຊຸມກັບຜູ້ຕາງໜ້າ 10 ປະເທດພັນທະມິດ ແລະ ບັນດາຄູ່ຮ່ວມມືຫຼັກແຫຼ່ງຂອງ ອາເມລິກາ ຢູ່ ເອີລົບ ແລະ ໂລກ ອາຣັບເພື່ອພິຈາລະນາກ່ຽວກັບອັນທີ່ເອີ້ນວ່າ “ໄລຍະຂ້າມຜ່ານ” ຢູ່ຊີຣີ. ຫຼັງຈາກນັ້ນ ທ່ານຈະໄປຍັງ ອິດສະຣາແອນ ແລະ ປາແລດສະຕີນ ເພື່ອດຳເນີນການເຈລະຈາສະເພາະກັບການນຳຂອງ 2 ປະເທດນີ້ເພື່ອແນໃສ່ຊຸກຍູ້ເຊື່ອມຕໍ່ການເຈລະຈາສັນຕິພາບຢູ່ຕາເວັນອອກກາງ ເຊິ່ງທ່ານ Kerry ໄດ້ພະຍາຍາມຊຸກຍູ້ໃນຊຸມເດືອນຜ່ານມາ.
ຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Kerry ຈະມີໜ້າຢູ່ນະຄອນຫຼວງ Addis Ababa ຂອງ Ethiopia ເພື່ອຊຸກຍູ້ການພົວພັນ 2 ຝ່າຍ, ເຈລະຈາກັບການນຳ ອາບຟຣີກາ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ OAU ຢູ່ທີ່ນີ້. ວັນທີ 26/5, ທ່ານ Kerry ຈະກັບຄືນ ຈໍແດນ ເພື່ອເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກ.