ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ອອກ​ບັນ​ດາ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ ຈີນ

(VOVWORLD) -ວັນທີ 9 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ກ່າວເຕືອນກ່ຽວກັບເລື່ອງທີ່ວ່າ ຈີນ ອາດຈະລັກເອົາຜົນການຄົ້ນຄວ້າວິຊາການສຶກສາ ແລະ ຊັບສິນທາງປັນຍາ ຂອງ ອາເມລິກາ.  
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ສືບ​ຕໍ່​ຍົກ​ອອກ​ບັນ​ດາ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ ຈີນ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: TTXVN) 

ໃນບົດກ່າວປາໄສຢູ່ ມະຫາວິທະຍາໄລເຕັກໂນໂລຢີ Georgia Tech ຢູ່ນະຄອນ Atlanta, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ເອີ້ນ ຈີນວ່າ ແມ່ນໄພນາບຂູ່ຕົ້ນຕໍຂອງ ອາເມລິກາ ພ້ອມທັງເນັ້ນໜັກເຖິງຄວາມມານະພະຍາຍາມຂອງບັນດາອົງການປ້ອງກັນຄວາມສະຫງົບຂອງ ຈີນ ເພື່ອແນໃສ່ກໍ່ຄວາມກົດດັນ ແລະ ເປີດຮັບສະໝັກນັກສຶກສາ ແລະ ບັນດານັກວິຊາການຂອງ ຈີນ ມາເປັນນັກສືບໃຫ້ແກ່ບັນດາອົງການດັ່ງກ່າວ.

        ຕາມທ່ານ Mike Pompeo ແລ້ວ, ຈີນ ພວມກໍ່ຜົນສະທ້ອນຕໍ່ບັນດາຮາກຖານການສຶກສາເໜືອມະຫາວິທະຍາໄລ  ຢູ່ ອາເມລິກາ ເພື່ອແນໃສ່ຮັບໃຊ້ຈຸດປະສົງສະເພາະຂອງຕົນ ແລະ ບັນດາການກະທຳດັ່ງກ່າວ ໄດ້ເຮັດໃຫ້ຄວາມເສລີ ແລະ ຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ ຫຼຸດລົງ.

        ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ