ລັດເຊຍກ່າວຫາຝ່າຍລຸກຮື້ຂຶ້ນຢູ່ຊີຣີກະກຽມຂຶ້ນແຜນປອມແປງກ່ຽວກັບການເຫດບຸກໂຈມຕີດ້ວຍອາວຸດເຄມີ

(VOVWORLD) -ຊວງປ້ອງກັນປະເທດລັດເຊຍ ພ້ອມແລ້ວທີ່ຈະນຳໃຊ້ມາດຕະການໂຕ້ຕອບ ຖ້າຫາກເກີດເຫດບຸກໂຈມຕີດ້ວຍລູກສອນໄຟ ເຊິ່ງຄາດວ່າ ອາເມລິກາ ຈະດຳເນີນ ແນໃສ່ນະຄອນຫຼວງ Damascus ຂອງຊີຣີ
ລັດເຊຍກ່າວຫາຝ່າຍລຸກຮື້ຂຶ້ນຢູ່ຊີຣີກະກຽມຂຶ້ນແຜນປອມແປງກ່ຽວກັບການເຫດບຸກໂຈມຕີດ້ວຍອາວຸດເຄມີ - ảnh 1 (ພາບປະກອບ: AFP/TTXVN)

ທີ່ໄດ້ນາບຂູ່ເຖິງຊີວິດອິນຊີຂອງບັນດາພາລະກອນການທະຫານຂອງລັດເຊຍ. ນີ້ແມ່ນຄຳຖະແຫຼງຂອງທ່ານພົນເອກ Valery Gerasimov, ເສນາທິການໃຫຍ່ກອງທັບລັດເຊຍ, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງປ້ອງກັນປະເທດເຊິ່ງໄດ້ຍົກອອກມາໃນວັນທີ 13 ມີນາ.

        ທ່ານເສນາທິການໃຫຍ່ກອງທັບລັດເຊຍ ໃຫ້ຮູ້ວ່າ, ບັນດາມືປືນຝ່າຍລູກຮື້ຂຶ້ນ ພວມກະກຽມການກະທຳເກາະຜິດດ້ວຍທາດເຄມີຢູ່ຊີຣີ ເພື່ອໃຊ້ເປັນຂໍ້ອ້າງອີງໃຫ້ອາເມລິກາ ດຳເນີນການບຸກໂຈມຕີໃສ່ບັນດາຕຶກອາຄານສຳນັກງານຂອງລັດຖະບານຊີຣີ. ລະອຽດແມ່ນ, ຕາມຂໍ້ມູນຂ່າວຂອງລັດເຊຍ ທີ່ມີຢູ່ວ່າ, ບັນດາມືປືນລຸກຮື້ຂຶ້ນພວມກະກຽມກ່ຽວກັບການຂຶ້ນແຜນປອມແປງກອງທັບລັດຖະບານຊີຣີ ນຳໃຊ້ອາວຸດເຄມີເພື່ອຕ້ານຄືນສາມັນຊົນ. ພາຍຫຼັງເຫດການນີ້, ອາເມລິກາ ຈະກ່າວຫາກອງທັບລັດຖະບານຊີຣີ ວ່າ ນຳໃຊ້ອາວຸດເຄມີ, ລະອຽດແມ່ນ ອາເມລິກາ ກໍ່ຈະສ້າງສາກອັນທີ່ເອີ້ນວ່າພະຍານຫຼັກຖານກ່ຽວກັບການເສຍຊີວິດຂອງສາມັນຊົນຫຼາຍຄົນ ແລະ ຖິ້ມໂທດໃສ່ລັດຖະບານຊີຣີ. ຕໍ່ຈາກນັ້ນ, ອາເມລິກາ ຈະດຳເນີນການບຸກໂຈມຕີດ້ວຍລູກສອນໄຟ ແລະ ລະເບີດໃສ່ບັນດາຕຶກອາຄານຂອງລັດຖະບານຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ