ລັດເຊຍ ທຳລາຍສາງອາວຸດຂອງ IS ຢູ່ຊີຣີຫຼາຍແຫ່ງ
(ພາບປະກອບ: AFP/TTXVN))
(vovworld) - ກະຊວງປ້ອງກັນປະເທດ ລັດເຊຍໃຫ້ຮູ້ວ່າ, ວັນທີ 14/8, ເຮືອບິນຖີ້ມລະເບີດໄລຍະໄກ 6 ລຳຂອງ ລັດເຊຍໄດ້ທຳລາຍບັນດາສາງອາວຸດຂອງອົງການແຫ່ງລັດອິດສະລາມ (IS) ອ້າງຊື່ເອງຢູ່ໃກ້ກັບຖານທີ່ໝັ້ນ Deir Ezzor ຂອງອົງການນີ້ ຢູ່ທາງທິດຕາເວັນອອກຂອງຊີຣີ. ກະຊວງປ້ອງກັນປະເທດ ລັດເຊຍໃຫ້ຮູ້ວ່າ, ບັນດາເຮືອບິນຂອງ ລັດເຊຍໄດ້ດຳເນີນການບຸກໂຈມຕີຢູ່ທາງທິດຕາເວັນຕົກສ່ຽງໃຕ້ ແລະ ທາງທິດຕາເວັນອອກສ່ຽງເໜືອນະຄອນ Deir Ezzor, ທຳລາຍກອງບັນຊາການ 2 ແຫ່ງ, ສາງອາວຸດ 6 ແຫ່ງ, ບັນດາລົດທະຫານ ແລະມີປືນ ຂອງ IS ຫຼາຍຄົນ.
IS ຄວບຄຸມນະຄອນ Deir Ezzor ແລະ ແຂວງ Deir Ezzor ສ່ວນຫຼາຍ, ຢູ່ບ່ອນທີ່ມີບໍ່ນ້ຳມັນຫຼາຍແຫ່ງ ຢູ່ທາງທິດຕາເວັນອອກ ຊີຣີ ແລະ ພວມຍາດຊິງກັບກຳລັງລັດຖະບານ ຊີຣີ ເພື່ອແນໃສ່ຢືດຄອງຖານທີ່ໝັ້ນທັບອາກາດທີ່ສຳຄັນຢູ່ເຂດນີ້.