ລັດເຊຍປະຕິເສດຂໍ້ມູນຂ່າວກອງທັບປະເທດນີ້ແຊກຊຶມເຂົ້າເຂດດິນແດນຢູແກຼນ

ລັດເຊຍປະຕິເສດຂໍ້ມູນຂ່າວກອງທັບປະເທດນີ້ແຊກຊຶມເຂົ້າເຂດດິນແດນຢູແກຼນ - ảnh 1
​ລົດ​ຫຸ້ມເກາະ​ຂອງ ກຳ​ລັງ​ແຍ​ກ​ຕົວ​ຢູ່ບ້ານ Tores, ພາກ​ຕາ​ເວັນ​ອອກຢູ​ແກຼນ ໃນ​ວັນ​ທີ 12/1
(ພາບ: AFP)

 (vovworld) – ວັນ​ທີ 12/11, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ໄດ້​ປະ​ຕິ​ເສດ​​ຂໍ້​ມູນ​ຂ່າວ​ຈາກ​ອົງ​ການ ນາ​ໂຕ, ທີ່ເວົ້າ​ວ່າ​ບັນ​ດາ​ຂະ​ບວນ​ລົດ​ຂົນ​ສົ່ງ​ການ​ທະ​ຫານ​ຂອງ​ລັດ​ເຊຍ ໄດ້​ແຊກ​ຊຶມ​ເຂົ້າ​ເຂດ​ດິນ​ແດນ ຢູ​ແກຼນ. ໂຄ​ສົກ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ທ່ານ Igor Konashenkov ຊີ້​ແຈ້ງ​ວ່າຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ແມ່ນບໍ່​ມີ​ຫຼັກ​ຖານ. ຕາມ​ຖະ​ແຫຼງ​ການ​ຂອງ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ແລ້ວ, ທຸກໆ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ເລື່ອງ​ກອງ​ທັບ ລັດ​ເຊຍ ມີ​ໜ້າຢູ່ຢູ​ແກຼນ ເກືອບ​ຄື​ວ່າ​ບໍ່​ມີ​​ມູນ​ຄວາມ​ຈິງ. ດັ່ງ​ນັ້ນ, ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ອາດ​ຈະ​ຮັບ​ຖື​ວ່າ​ແມ່ນ​ເພື່ອ​ແນ​ໃສ່​ຕ້ານ​ຄືນ​ລັດ​ເຊຍ.


ຂ່າວ/ບົດ​ອື່ນ