ລັດເຊຍຮັບຕຳແໜ່ງ ປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ
(ພາບປະກອບ: AFP/TTXVN)
(vovworld)- ວັນທີ 1/6, ຄະນະຜູ້ຕາງໜ້າລັດເຊຍປະຈຳ ສປຊ ໄດ້ຮັບຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ຈາກ ສ.ເກົາຫຼີ ຊື່ງເປັນປະເທດດຳລົງຕຳແໜ່ງນີ້ໃນເດືອນ 5/2014 ທີ່ຜ່ານມາ. ກ່າວຄຳເຫັນພາຍຫຼັງຮັບຕຳແໜ່ງຜູ້ນຳໜ້າອົງການມີສິດອຳນາດສູງສຸດຂອງ ສປຊ, ທ່ານ Vitaly Churkin ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລັດເຊຍປະຈຳ ສປຊ ໃຫ້ຂໍ້ສັງເກດວ່າ, ວຽກງານຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນ 6/2014 ນີ້ແມ່ນໜັກໜ່ວງທີ່ສຸດ, ເລີ່ມຕົ້ນດ້ວຍການປຶກສາຫາລືຢ່າງເປີດເຜີຍຊື່ງຄາດວ່າຈັດຂຶ້ນໃນວັນທີ 11/6 ປຶກສາຫາລືກ່ຽວກັບບັນດາພາລະກຳໃໝ່ຂອງຄະນະປະຕິບັດງານປົກປັກຮັກສາສັນຕິພາບຂອງ ສປຊ ຈຳນວນ 1.
ຕາມທ່ານເອກອັກຄະລັດຖະທູດ Vitaly Churkin, ທ່ານຍັງບໍ່ທັນມີແຜນການຈັດບໍ່ວ່າການປະຊຸມຄັ້ງໃດຕື່ມອີກຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນ 6/2014 ນີ້ກ່ຽວກັບບັນຫາຢູແກຼນ ພາຍຫຼັງການປະຊຸມຄັ້ງຕ່າງໆຈັດຂຶ້ນໃນຊຸມເດືອນກ່ອນ. ນອກຈາກນັ້ນແລ້ວ, ໃນເວລາທີ່ລັດເຊຍ ເປັນປະທານສະພາຄວາມໝັ້ນຄົງ ສປຊ ອາດຈະເປີດການປຶກສາຫາລືກ່ຽວກັບສະພາບການຢູ່ບາງປະເທດຕາເວັນອອກກາງຈຳນວນ 1 ຄື: ຊີຣີ, ລີບີ, ອີເອແມນ…/.