(vovworld) - ວັນທີ 26/9, ລັດເຊຍ, ຍີ່ປຸ່ນ ດຳເນີນການຊ້ອມຮົບຕ້ານໂຈນສະລັດຢູ່ນອກຝັ່ງທະເລ Vladivostok ທີ່ຂຶ້ນກັບເຂດຕາເວັນອອກໄກ ຂອງ ລັດເຊຍ. ກຳປັ່ນຮົບ 2 ລຳ ຂອງຍີ່ປຸ່ນ ໄດ້ເຂົ້າຮ່ວມການຊ້ອມຮົບໃນເວລາມື້ຫນຶ່ງພ້ອມກັບກຳປັ່ນຂັບໄລ່ Panteleyev ແລະ ບັນດາກຳປັ່ນອື່ນຂອງລັດເຊຍ. ຕາມແຜນການແລ້ວ, ກຳປັ່ນຮົບລຳດັ່ງກ່າວຈະດຳເນີນການແລກປ່ຽນ ຕິດຕໍ່ສື່ສານ ແລະ ຊ້ອມຮົບໃນການຊອກຫາ ກູ້ໄພກູ້ຊີບ.