ລັດ​ເຊຍ ຖະ​ແຫຼງ​ຢຸດ​ຍິງ 3 ວັນ ເນື່ອງ​ໃນ​ໂອກ​າດ​ວັນ​ໄຊ​ຊະ​ນະ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ບັນດາກຳລັງປະກອບອາວຸດຂອງປະເທດນີ້ ຢຸດຍິງພາຍໃນ 3 ວັນ, ແຕ່ 12 ໂມງຂອງວັນທີ 8 ພຶດສະພາ ຫາວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ).
ລັດ​ເຊຍ ຖະ​ແຫຼງ​ຢຸດ​ຍິງ 3 ວັນ ເນື່ອງ​ໃນ​ໂອກ​າດ​ວັນ​ໄຊ​ຊະ​ນະ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Tass)

ວັນທີ 28 ເມສາ, ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ບັນດາກຳລັງປະກອບອາວຸດຂອງປະເທດນີ້ ຢຸດຍິງພາຍໃນ 3 ວັນ, ແຕ່ 12 ໂມງຂອງວັນທີ 8 ພຶດສະພາ ຫາວັນທີ 11 ພຶດສະພາ (ຕາມເວລາທ້ອງຖິ່ນ). ເວລາຢຸດຍິງກົງກັບໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງວັນໄຊຊະນະ ຟາດຊິດ (1945 – 2025). ຖະແຫຼງການຂອງວັງ Kremlin ຊີ້ແຈ້ງວ່າ ມົດສະກູ ຖືວ່າ ຝ່າຍ ຢູແກຼນ ກໍ “ຕ້ອງປະຕິບັດສິ່ງດັ່ງກ່າວ”, ພ້ອມດຽວກັນນັ້ນ ກໍຢ້ຳຄືນເລື່ອງກຽມພ້ອມບັນດາການເຈລະຈາຢຸດຕິການປະທະກັນກັບ Kiev ຫາກບໍ່ຕ້ອງມີເງື່ອນໄຂຕັດສິນຊີ້ຂາດ. ໄປຄຽງຄູ່ກັນນັ້ນ, ມົດສະກູ ກໍ່ເນັ້ນໜັກວ່າ ຕ້ອງລົບລ້າງ “ກົກປາຍສາຍເຫດ” ຂອງວິກິດການ.

        ຖະແຫຼງການເອົາໃຈໃສ່ວ່າ ບັນດາກຳລັງປະກອບອາວຸດ ລັດເຊຍ ຈະຍົກອອກປະຕິກິລິຍາທີ່ເໝາະສົມໃນກໍລະນີຄຳສັ່ງຢຸດຍິງຖືກລະເມີດ.


ຕອບກັບ

ຂ່າວ/ບົດ​ອື່ນ