ລັດເຊຍ ປະຕິເສດຄວາມສາມາດແລກປ່ຽນການຢ້ຽມຢາມຂັ້ນປະທານາທິບໍດີກັບ ອາເມລິກາ

(VOVWORLD) - ທ່ານ Yuri Ushakov ເວົ້າວ່າ: “ປະຈຸບັນ, ຍັງບໍ່ທັນມີຫຍັງແນ່ນອນເທື່ອ. ແຕ່ມຮອດປະຈຸບັນ, ຍັງບໍ່ທັນມີຜູ້ໃດປຶກສາຫາລືເຖິງເລື່ອງນັ້ນເທື່ອ”.

ວັນທີ 22 ມິຖຸນາ, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ທ່ານ Yuri Ushakov ໄດ້ຖະແຫຼງວ່າ ຍັງບໍ່ທັນມີແຜນການໃຫ້ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄປຢ້ຽມຢາມ ອາເມລິກາ, ກໍຄືບໍ່ມີແຜນການເພື່ອໃຫ້ຄູ່ຕຳແໜ່ງ ອາເມລິກາ Donald Trump ມາຢາມ ມົດສະກູ. ເມື່ອຕອບຄຳຖາມຂອງສື່ມວນຊົນກ່ຽວກັບຄວາມອາດສາມາດຈັດການພົບປະຫວ່າງການນຳ 2 ທ່ານຢູ່ປະເທດທີ 3, ທ່ານ Yuri Ushakov ເວົ້າວ່າ: “ປະຈຸບັນ, ຍັງບໍ່ທັນມີຫຍັງແນ່ນອນເທື່ອ. ແຕ່ມຮອດປະຈຸບັນ, ຍັງບໍ່ທັນມີຜູ້ໃດປຶກສາຫາລືເຖິງເລື່ອງນັ້ນເທື່ອ”.

ນັບແຕ່ຕົ້ນປີມາຮອດປະຈຸບັນ ແລະ ພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງຂອງທ່ານ Donald Trump, ການນຳ ລັດເຊຍ ແລະ ອາເມລິກາ ໄດ້ໂອ້ລົມທາງໂທລະສັບເປັນ 5 ຄັ້ງ. ໃນການແລກປ່ຽນທຳອິດ, 2 ຝ່າຍໄດ້ຮັກສາການຕິດຕໍ່ສ່ວນຕົວ, ລວມມີເລື່ອງຈັດບັນດາການພົບປະແບບເຊິງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ