ລັດເຊຍ ຮັບຮອງເອົາ ຮ່າງມະຕິຮ່ວມມືດ້ານ ຖະແຫຼງຂ່າວ ແລະ ສ່ືສານ ກັບຫວຽດນາມ
(ພາບປະກອບ)
(vovworld) – ຂໍ້ຕົກລົງກ່ຽວກັບການຮັບຮອງເອົາຮ່າງມະຕິຮ່ວມມືດ້ານຖະແຫຼງຂ່າວ ແລະ ສ່ືສານກັບຫວຽດນາມ ໄດ້ປະກາດໃນວັນທີ 01/10 ໃນເວັບໄຊເອເລັກໂຕນິກທາງການ ກ່ຽວກັບຂໍ້ມູນຂ່າວສານນິຕິກຳແຫ່ງລັດຂອງສະຫະພັນລັດເຊຍ.
ເອກະສານເຊິ່ງກະຊວງຖະແຫຼງຂ່າວ ແລະ ສ່ືສານລັດເຊຍ ຍື່ນສະເໜີຕໍ່ລັດຖະບານ ພາຍຫຼັງໄດ້ຮັບຄວາມເຫັນດີເປັນເອກະພາບຂອງກະຊວງການຕ່າງປະເທດ ແລະ ອົງການປ້ອງກັນຄວາມສະຫງົບສະຫະພັນ (FSB). ກະຊວງຖະແຫຼງຂ່າວ ແລະ ສ່ືສານລັດເຊຍ ຈະຕາງໜ້າໃຫ້ລັດຖະບານລັດເຊຍ ລົງນາມໃນສັນຍາ ພາຍຫຼັງບັນລຸໄດ້ຂໍ້ຕົກລົງກັບຝ່າຍຫວຽດນາມ.
ຕາມແຜນຮ່າງ, ສະຫະພັນລັດເຊຍ ແລະ ຫວຽດນາມ ມີແຜນການພັດທະນາການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕິດຕໍ່, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານມະຫາຊົນ.
ສັນຍາໄດ້ຮັບການລົງນາມມີກຳນົດເວລາ 5 ປີ, ສາມາດຕໍ່ກຳນົດເວລາ ແລະ ແທນໃຫ້ເອກະສານຮ່ວມມືໃນຂົງເຂດທີ່ໄດ້ຮັບການລົງນາມລະຫວ່າງ 2 ປະເທດເມື່ອວັນທີ 15/09/1994.