(VOVWORLD) -ໃນລາຍການ, ຜູ້ຊົມຈະໄດ້ຮັບຊົມບັນດາຮູບເງົາເອກະສານອັນລ້ຳຄ່າ, ສົມທົບກັບລາຍການສະລະຄະດີ, ລາຍການສະແດງສິລະປະ, ລາຍການຟ້ອນລຳທຳເພງ ທີ່ໄດ້ຈັດຕັ້ງຢ່າງພິຖິພິຖັນເພື່ອແນໃສ່ວາດພາບໄລຍະປະຕິວັດຂອງພັກ, ນັບແຕ່ເວລາສ້າງຕັ້ງ, ການນຳພາປະຊາຊົນໝົດທຸກຄົນ ເຊິ່ງບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ ໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ.
ລາຍການພົບປະແລກປ່ຽນສະແດງສິລະປະ “ຄວາມເຊື່ອໝັ້ນຕໍ່ພັກຕະຫຼອດການ” (ພາບ: VOV) |
ຕອນຄ່ຳວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ວາລະສານ ກອມມູນິດ, ຄະນະພັກກຸ່ມວິສາຫະກິດສູນກາງ ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ແຫ່ງຊາດ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະ “ຄວາມເຊື່ອໝັ້ນຕໍ່ພັກຕະຫຼອດການ”. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2022).
ໃນລາຍການ, ຜູ້ຊົມຈະໄດ້ຮັບຊົມບັນດາຮູບເງົາເອກະສານອັນລ້ຳຄ່າ, ສົມທົບກັບລາຍການສະລະຄະດີ, ລາຍການສະແດງສິລະປະ, ລາຍການຟ້ອນລຳທຳເພງ ທີ່ໄດ້ຈັດຕັ້ງຢ່າງພິຖິພິຖັນເພື່ອແນໃສ່ວາດພາບໄລຍະປະຕິວັດຂອງພັກ, ນັບແຕ່ເວລາສ້າງຕັ້ງ, ການນຳພາປະຊາຊົນໝົດທຸກຄົນ ເຊິ່ງບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ ໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ. ຈາກນັ້ນ, ປຸກລຸກ, ຄວາມເອກອ້າງທະນົງໃຈ, ເສີມຂະຫຍາຍແນວຄິດ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ຍູ້ແຮງຢ່າງຮອບດ້ານ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ການຫັນເປັນອຸດສາຫະກຳ, ທັນສະໄໝຢ່າງຮອບດ້ານ.
ໃນໂອກາດນີ້, ພັກ, ລັດ ໄດ້ມອບຫຼຽນກາທີ່ລະນຶກໃຫ້ແກ່ສະມາຊິກພັກດີເດັ່ນ 30 ຄົນ ທີ່ມີຜົນງານທີ່ດີເດັ່ນຢູ່ແນວໜ້າການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.