ວົງການວິສາຫະກິດ ອາເມລິກາ ສະໜັບສະໜູນ ຫວຽດນາມ ເຈລະຈາ TPP ຢ່າງຕັ້ງໜ້າ

ວົງການວິສາຫະກິດ ອາເມລິກາ ສະໜັບສະໜູນ ຫວຽດນາມ ເຈລະຈາ TPP ຢ່າງຕັ້ງໜ້າ - ảnh 1
ພາບປະກອບ
(ຈາກ: 3.bp.blogspot.com)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 10 – 12/4, ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​ເກື່ອງ ​ໄດ້​ທຳ​​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຄັ້ງ​ຕ່າງໆ​ຢູ່ ລັດ Kentucky ​ແລະ Ohio ​ໃນ​ຂອບ​ເຂດ​ຄະນະຜູ້​ແທນ​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ຕ່າງໆ ພວມ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ ປາຊີ​ຟີ​ກ (ຫຼື TPP) ​ໂດຍພັນ​ທະ​ພາບ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ສະໜັບ​ສະ​ໜູນ TPP (U.S Business Coalition for TPP) ຈັດ​ຕັ້ງ​ຂຶ້ນ. ຄະນະ​ໄດ້ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ການ​ນຳ ​ແລະ ວິ​ສາ​ຫະກິດ 2 ລັດ​ດັ່ງກ່າວ​ເພື່ອ​ພົບ​ປະ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ໂອກາດ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ. ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດ ຫວຽດນາມ ຫງວຽນ​ກວກ​ເກື່ອງ ຢືນຢັນ​ວ່າ: ຫວຽດນາມ ​ໃຫ້ບຸລິມະສິດ ​ແລະ ຕັດສິນ​ໃຈ​ພ້ອມ​ກັບ​ບັນດາ​ສະມາຊິກ​ຊຸກຍູ້​ການ​ເຈລະຈາ​ສັນຍາ TPP, ຖື​ນີ້​ແມ່ນ​ບາດກ້າວທີ່​ສຳຄັນ​ເພື່ອ​ຜັນ​ຂະຫຍາຍ​​ແຜນ​ນະ​ໂຍບາຍ​ສືບ​ຕໍ່​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແລະ ຮອບ​ດ້ານ​ຂອງ ຫວຽດນາມ, ປະກອບສ່ວນ​ຍູ້​ໄວ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ການເຕີບ​ໂຕ​ຕາມ​ທິດ​ໝັ້ນຄົງ, ພ້ອມ​ກັນ​ນັ້ນ​ກໍ່​ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ສິນຄ້າ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປ​ຍັງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ TPP. ທ່ານ​ເອກ​ອັກ​ຄະ​ລັດຖະທູ​ດ ຫງວຽນ​ກວກ​ເກື່ອງ ກໍ່​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ສືບ​ຕໍ່​ສະໜັບ​ສະ​ໜູນ​ເພື່ອ​ຮັບປະກັນ​ໃຫ້ TPP ​ແມ່ນ​ສັນຍາ​ມີ​ຄວາມ​ສົມ​ດູ​ນ, ​ເອົາ​ໃຈ​ໃສ່​ບັນດາສິດຜົນປະ​ໂຫຍ​ດ ​ຂອງ​ບັນດາ​ສະມາຊິກ.

        ສ່ວນການ​ນຳ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ຂ​ອງລັດ Kentucky ​ແລະ Ohio  ສະ​ແດງ​ຄວາມ​ຫວັງ​ຢາກ​ຊອກ​ຫາ​ກາລະ​ໂອກາດ​ຊຸກຍູ້​ການ​ພົວພັນ​ເສດຖະກິດ - ການ​ຄ້າ ກັບ ຫວຽດນາມ ຍິ່ງກ່ວາ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ