ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປສິງກະໂປ ເພີ່ມຂຶ້ນແຮງ

ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປສິງກະໂປ ເພີ່ມຂຶ້ນແຮງ - ảnh 1

(ພາບ: cafef.vn)

(vovworld)- ​ໃນ​ໄຕ​ມາດ​ທີ 1 ປີ 2013, ວົງ​ເງິນ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ​ໄປ​ສິງກະ​ໂປ​ ບັນລຸ​ປະມານ 554 ລ້ານ​ໂດ​ລາ​ສະຫະລັດ. ກົມ​ການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ​ສິງກະ​ໂປ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໃນ​ໄຕ​ມາດ​ທີ 1 ປີ 2013, ວົງ​ເງິນ​ນຳ​ເຂົ້າສິນຄ້າ​ຂອງ​ສິງ​ກະ​ໂປ ຈາກ​ທຸກໆ​ຕະຫຼາດ​ໃນ​ໂລກ​ໄດ້​ຫລຸດ​ລົງ 9% ​ແຕ່​ວົງ​ເງິນ​ສິນຄ້າ​ຫວຽດນາມ ນຳ​ເຂົ້າສິງກະ​ໂປ ພັດ​ບັນລຸ 30% ​ນີ້ແມ່ນ​ໝາກຜົນ​ອັນຕັ້ງ​ໜ້າ. ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກຕົ້ນຕໍ​ຂອງຫວຽດນາມ ​ເຂົ້າສິງກະ​ໂປ ​ແມ່ນ​ໂທລະສັບ ​ແລະ ​ເຄື່ອງ​ອາ​ໄຫລ່, ນ້ຳມັນ​ດິບ, ບັນດາ​ປະລິດຕະ​ພັນ​ຈາກ​ແກ້ວ, ​ເຄື່ອງ​ຈັກ, ອຸປະກອນ…​ສອງໝວດ​ສິນຄ້າ​ມີ​ວົງ​ເງິນ​ສົ່ງ​ອອກ​ລື່ນ​ກາຍ 100 ລ້ານ​ໂດ​ລາ​ສິງກະ​ໂປ ​ໃນ​ໄຕ​ມາດຕົ້ນປີ​ແມ່ນ​ໂທລະສັບ​ ​ແລະ ​ເຄື່ອງອາ​ໄຫລ່​ໂທລະສັບ; ​ເຄື່ອງ​ຈັກ, ອຸປະກອນ.

ຂ່າວ/ບົດ​ອື່ນ