ວັດທະນະທຳແລະສິນຄ້າຫວຽດນາມໄດ້ຮັບຄວາມນິຍົມຊົມຊອບຢູ່ເມກຊີໂກຊີຕີ
![ວັດທະນະທຳແລະສິນຄ້າຫວຽດນາມໄດ້ຮັບຄວາມນິຍົມຊົມຊອບຢູ່ເມກຊີໂກຊີຕີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_05_24/vnp_24052015mexico1.jpg)
ຮ້ານວາງສະແດງຂອງຫວຽດນາມ
(ພາບ: Việt Hòa/Vietnam+)
|
(vovworld) – ຊຸດເສື້ອຍາວ, ກຸບ, ເຄື່ອງສິລະປະຫັດຖະກຳ, ເຄື່ອງຕຳ່ແຜ່ນຕັດຫຍິບ…ຂອງ ຫວຽດນາມ ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດ ເມກຊີໂກ ແລະ ໄດ້ຮັບການຕີລາຄາສູງທີ່ງານຕະຫຼາດນັດ “ບັນດາພື້ນຖານວັດທະນະທຳເພື່ອນມິດ” ຄັ້ງທີ 6 ພວມດຳເນີນໄປຢູ່ນະຄອນຫຼວງ ເມກຊີໂກ ຊີຕີ, ດ້ວຍການເຂົ້າຮ່ວມຂອງ 94 ປະເທດໃນໂລກ. ໃນເວລາດຳເນີນເຫດການວັດທະນະທຳໃຫຍ່ນີ້, ສະຖານທູດ ຫວຽດນາມ ປະຈຳ ເມກຊີໂກ ຍັງເຂົ້າຮ່ວມການເຄື່ອນໄຫວວັດທະນະທຳຕ່າງໆໃນນັ້ນມີການສະແດງຊຸດເສື້ອຍາວຂອງຊາວໜຸ່ມ, ນັກສຶກສາ, ສາຍຟິມຮູບເງົາ ແລະ ວາງສະແດງຮູບຖ່າຍກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ກໍ່ຄືແນະນຳສິ່ງພິມສ່ອງແສງບັນດາຜົນງານຂອງ ຫວຽດນາມ ພາຍຫຼັງ 20 ປີແຫ່ງການປ່ຽນໃໝ່ ແລະ ປະຕິບັດການຫັນປະເທດຊາດເປັນອຸດສາຫະກຳ - ທັນສະໄໝ.