ວັນບຸນວັດທະນະທຳ ຫວຽດນາມ ຢູ່ Volgagrad
(ພາບປະກອບ)
(vovworld) – ວັນບຸນວັດທະນະທຳ ຫວຽດນາມ ຫາກໍ່ຈັດຂຶ້ນຢູ່ນະຄອນ Volgagrad (ສະຫະພັນ ລັດເຊຍ), ດ້ວຍການເຂົ້າຮ່ວມຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລັດເຊຍ ເປັນຈຳນວນຫຼວງຫຼາຍ, ຜູ້ຕາງໜ້າອຳນາດການປົກຄອງນະຄອນ, ນັກສຶກສາ ຫວຽດນາມ, ປະຊາຊົນທ້ອງຖິ່ນ ແລະ ນັກສຶກສາປະເທດຕ່າງໆທີ່ພວມຮຳ່ຮຽນຢູ່ນະຄອນ Volgagrad. ກ່າວຄຳເຫັນໄຂງານບຸນ, ທ່ານ ເຢືອງຫາຍອານ, ປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ນະຄອນ Volgagrad ເນັ້ນໜັກວ່າ: ພາຍຫຼັງ 30 ປີ, ປະຊາຄົມຊາວ ຫວຽດນາມ ໄດ້ຢືນຢັນທີ່ຕັ້ງບົດບາດນັບມື້ນັບໝັ້ນຄົງເຂັ້ມແຂງ, ສາມັກຄີ, ເຊື່ອມໂຍງເປັນຢ່າງດີ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນານະຄອນ ເວົ້າສະເພາະ ແລະ ສະຫະພັນ ລັດເຊຍ ເວົ້າລວມ. ທ່ານ ຫາຍອານ ຫວັງວ່າເລື່ອງຈັດຕັ້ງວັນບຸນວັດທະນະທຳ ຫວຽດນາມ ຈະແມ່ນຮູບການພົບປະແລກປ່ຽນດ້ານຈິດໃຈທີ່ມີຜົນປະໂຫຍດ, ຊ່ວຍໃຫ້ປະຊາຊົນ ລັດເຊຍ ເວົ້າລວມ ແລະ ນະຄອນ Volgagrad ເວົ້າສະເພາະເຂົ້າໃຈຕື່ມອີກກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ລັດເຊຍ.
ນີ້ແມ່ນຄັ້ງທີ 2 ທີ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Volgagrad ຈັດຕັ້ງວັນບຸນວັດທະນະທຳ ຫວຽດນາມ, ພາຍຫຼັງຜົນສຳເລັດຂອງວັນບຸນທີ່ຖືກຈັດຕັ້ງເປັນຄັ້ງທຳອິດເມື່ອປີ 2009.